VOV WorldVOV World
ມາ​ນະພະ​ຍາ​ຍາມ​ຜ່າ​ນຜ່າ​ສິ່ງ​ທ້າ​ທາຍ​ເພື່ອ​ບັນລຸ​​ໄດ້​ຄາດໝາຍການ​ເຕີບ​ໂຕ
06/07/2020 09:18
(VOVWORLD) -6 ເດືອນຕົ້ນປີ 2020, ຫວຽດນາມ ໄດ້ຜ່ານຜ່າບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19 ເພື່ອບັນລຸໄດ້ລະດັບການເຕີບໂຕ 1,81%, ເຊິ່ງເປັນໜຶ່ງໃນຈໍານວນໜ້ອຍປະເທດໃນໂລກ ທີ່ມີລະດັບການເຕີບໂຕບວກນີ້. ນີ້ແມ່ນຄວາມມານະພະຍາຍາມທີ່ໜ້າພາກພູມໃຈ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. 6 ເດືອນທີ່ຍັງເຫຼືອຂອງປີ 2020, ລັດຖະບານ ຫວຽດນາມ ໄດ້ກໍານົດໜ້າທີ່ຟື້ນຟູ, ພັດທະນາເສດຖະກິດ ແມ່ນມີຄວາມຮີບຮ້ອນກວ່າອີກ. ຫວຽດນາມ ຈະຕ້ອງສືບຕໍ່ຍາດແຍ່ງກາລະໂອກາດເພື່ອຟຶ້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
ມາ​ນະພະ​ຍາ​ຍາມ​ຜ່າ​ນຜ່າ​ສິ່ງ​ທ້າ​ທາຍ​ເພື່ອ​ບັນລຸ​​ໄດ້​ຄາດໝາຍການ​ເຕີບ​ໂຕ
          ໃນເງື່ອນໄຂ ຫວຽດນາມ ພວມປະຕິບັດເປົ້າໝາຍຄວບຄູ່: ທັງຄວບຄຸມໂລກລະບາດ ທັງ ຟື້ນຟູເສດຖະກິດ ໄດ້ເປັນຢ່າງດີນັ້ນ, ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ຄາດຄະເນວ່າ, 6 ເດືອນທ້າຍປີ 2020, ຄາດວ່າດຸນການຄ້າສືບຕໍ່ຮັກສາທ່າສົ່ງອອກເກີນດຸນ, ດຶງດູດເງິນລົງທຶນຈາກຕ່າງປະເທດ ຈະມີບັນດາບາດກ້າວບຸກທະລຸ, ຄ່າດອກເບ້ຍສືບຕໍ່ຮັກສາສະພາບການເປັນປົກກະຕິ ຫຼື ອາດຈະຫຼຸດລົງໜ້ອຍໜຶ່ງ... ນີ້ແມ່ນບັນດາປັດໄຈສະດວກເພື່ອພັດທະນາເສດຖະກິດຫວຽດນາມ.
TAG
VOV/VOVworld/ສິ່ງທ້າທາຍ/ມານະພະຍາຍາມ/​ຟື້ນຟູເສດຖະກິດ

More