ມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕປີ 2017
25/10/2017 08:25
(VOVWORLD) - ຫວຽດນາມ ກ້າວເຂົ້າປີ 2017 ດ້ວຍເງື່ອນໄຂບໍ່ສະດວກຫລາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ.

ຕາມບົດລາຍງານຂອງລັດຖະບານ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ແລ້ວ, 13 ຄາດໝາຍປີ 2017 ໃນມະຕິຂອງສະພາແຫ່ງຊາດວາງອອກ ລ້ວນແຕ່ຄາດວ່າ ຈະບັນລຸໄດ້ ແລະ ລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການ. ໝາກຜົນນີ້ ສະແດງໃຫ້ເຫັນຜົນສຳເລັດໃນການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ ເພື່ອປະຕິບັດສຳເລັດຄາດໝາຍປີ 2017 ເປັນຢ່າງດີ, ລັດຖະບານກຳນົດວ່າ ບໍ່ຄວນປະໝາດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017. ນະຄອນ ໂຮ່ຈີມິນ ໃນປະຈຸບັນ (ພາບອິນເຕີແນັດ) ເສດຖະກິດ ຫວຽດນາມ ປີ 2017 ມີຫລາຍຈຸດພົ້ນເດັ່ນ ຢູ່ທັງຂົງເຂດການບໍລິການການຜະລິດ ແລະ ສົ່ງອອກ. ບັນດາຄວາມມານະພະຍາຍາມຂອງລັດຖະບານໃນໄລຍະຜ່ານມາ ໄດ້ເຮັດໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການແກ່ງແຍ້ງຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງກະໂດດຂັ້ນ. ຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນໃນບົດລາຍງານກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ 2017 – 2018 ຊຶ່ງຫາກໍ່ໄດ້ຮັບການປະກາດໃນເວທີປາໄສເສດຖະກິດໂລກ (WEF).
TAG
VOV/VOVworld/ລັດຖະບານ/ເສດຖະກິດ/ການເຕີບໂຕ
Related








