VOV WorldVOV World
ມານະພະຍາຍາມສ້າງສາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ
02/01/2019 08:32
(VOVWORLD) - ຄວາມມານະພະຍາຍາມປ່ຽນແປງໃໝ່, ປະດິດສ້າງ, ມີການກະທຳຢ່າງຂ້ຽວຂາດ, ສູ້ຊົນປະຕິບັດແຜນການປີ 2019 ຮອບດ້ານຢ່າງມີໄຊ ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ແມ່ນຫົວເລື່ອງບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນື່ອງໃນໂອກາດປີໃໝ່ສາກົນ 2019.
ມານະພະຍາຍາມສ້າງສາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ
 ພ້ອມດ້ວຍເລື່ອງຕີລາຄາບັນດາໝາກຜົນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2018, ທ່ານນາຍົກລັດຖະມົນຕີກໍ່ໄດ້ຊີ້ອອກ 6 ໜ້າທີ່ຈຸດສຸມຂອງປີ 2019, ເຊິ່ງແມ່ນປີ ຫວຽດນາມ ຈະເລີ່ມເຕີບໂຕ, ບຸກທະລຸເພື່ອບັນລຸໄດ້ໝາກຜົນສູງສຸດໃນທຸກຂົງເຂດພັດທະນາ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  (ພາບ: Tuoitre.vn)         ຕາມການຕີລາຄາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ທິດນຳການກະທຳຢ່າງມີລະບຽບວິໄນ, ສັດຊື່ບໍລິສຸດ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນຂອງລັດຖະບານ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ ແລະ ການຕອບສະໜອງຢ່າງແຮງຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ, ນັກທຸລະກິດ ແລະ ປະຊາຊົນໃນທົ່ວປະເທດ, ນຳມາເຊິ່ງບັນດາຜົນງານສຳຄັນທີ່ສຸດໃນປີ 2018.        
TAG
VOV/VOVworld/ມານະພະຍາຍາມ/ພັດທະນາ/ວ່ອງໄວ/ໝັ້ນຄົງ