ມະຫາສາມັກຄີທົ່ວປວງຊົນທັງຊາດໃນສະພາບເຊື່ອມໂຍງເຂົ້າກັບສາກົນ
18/11/2020 08:50
(VOVWORLD) - ຈາກປະເທດຖືກປິດລ້ອມ, ຂວ້ຳບາດ, ມາຮອດປັດຈຸບັນ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນກັບຕ່າງປະເທດ 189/193 ປະເທດສະມາຊິກຂອງສະຫະປະຊາຊາດ. ຫວຽດນາມ ໄດ້ສ້າງເຄືອຂ່າຍກັບ 30 ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ໃນນັ້ນ ມີບັນດາປະເທດພັດທະນາທັງໝົດ.

ວັນທີ 18 ພະຈິກ, ແນວໂຮມປະເທດຊາດຫວຽດນາມ ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງ (18/11/1930 – 18/11/2020). ໃນໄລຍະ 90 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ແນວໂຮມປະເທດຊາດຫວຽດນາມ ໄດ້ກາຍເປັນສູນເຕົ້າໂຮມຄວາມສາມັກຄີຢ່າງແທ້ຈິງ, ປຸກລຸກກຳລັງແຮງທົ່ວປວງຊົນ, ສ້າງປະຖົມປັດໄຈສຳຄັນ ເພື່ອປະຕິບັດບັນດາໜ້າທີ່ປະຕິວັດທີ່ວາງອອກໄດ້ຢ່າງມີໄຊ, ໃນນັ້ນ ມີໜ້າທີ່ເຊື່ອມໂຍງເຂົ້າກັບສາກົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢັ້ງຢືນວ່າ ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ, ແມ່ນກຳລັງໜູນ ແລະ ແຫຼ່ງກຳລັງອັນໃຫຍ່ຫລວງ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ແນວທາງຍຸດທະສາດສຳຄັນນັ້ນ ຍາມໃດກໍ່ໄດ້ຮັບການປະຕິບັດ, ຫັນເປັນລະອຽດ ຜ່ານບັນດາການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ດ້ວຍບົດບາດເປັນພັນທະມິດດ້ານການເມືອງ, ເປັນພື້ນຖານດ້ານການເມືອງຂອງອຳນາດການປົກຄອງປະຊາຊົນ.
TAG
VOV/VOVworld/ມະຫາສາມັກຄີ/ທົ່ວປວງຊົນທັງຊາດ/ເຊື່ອມໂຍງເຂົ້າກັບສາກົນ
Related








