VOV WorldVOV World
ມີ​ຮົ້ວ​ກີດ​ຂວາງ​ຫຼາຍ​ຢ່າງ​ໃນ​ການ​ພົວ​ພັນ​​ດ້ານ​ການ​ຄ້າລະ​ຫວ່າງ​ອາ​ເມ​ລິ​ກາ - ຈີນ
31/01/2019 10:07
(VOVWORLD) - ຕອນເຊົ້າວັນທີ 30 ມັງກອນ (ຕາມເວລາທ້ອງຖິ່ນ), ບັນດາເຈົ້າໜ້າທີ່ອາເມລິກາ ແລະ ຈີນ ໄດ້ດຳເນີນການເຈລະຈາຂັ້ນສູງໃໝ່ຢູ່ນະຄອນຫຼວງວໍຊິງຕັນ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນ ແລະ ຄວາມແຕກຕ່າງກັນທີ່ກ່ຽວຂ້ອງເຖິງບັນດານະໂຍບາຍດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ. ການເຈລະຈາຖືກດຳເນີນໄປເປັນເວລາ 2 ວັນ, ຜູ້ຕາງໜ້າຂອງ 2 ປະເທດໄດ້ແລກປ່ຽນຫຼາຍບັນຫາ, ເຖິງຢ່າງໃດກໍ່ຕາມ, ບັນດາການຜັນແປຢູ່ນອກການເຈລະຈາພັດສົ່ງສັນຍານເຊິ່ງຊີ້ໃຫ້ເຫັນຄວາມຫຍຸ້ງຍາກຫຼາຍຢ່າງໃນການພົວພັນລະຫວ່າງອາເມລິກາ - ຈີນ.
ມີ​ຮົ້ວ​ກີດ​ຂວາງ​ຫຼາຍ​ຢ່າງ​ໃນ​ການ​ພົວ​ພັນ​​ດ້ານ​ການ​ຄ້າລະ​ຫວ່າງ​ອາ​ເມ​ລິ​ກາ - ຈີນ
 ນີ້ແມ່ນການເຈລະຈາຂັ້ນສູງສຸດລະຫວ່າງ 2 ຝ່າຍຢູ່ທຳນຽບຂາວ, ນັບແຕ່ພາຍຫຼັງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານປະເທດ ສີຈີ້ນຜິງ, ໄດ້ເຫັນດີເປັນເອກະພາບ “ຢຸດຕິສົງຄາມການຄ້າ” ເປັນເວລາ 90 ວັນ ເມື່ອເດືອນທັນວາ 2018, ເພື່ອດຳເນີນການເຈລະຈາດ້ານການຄ້າ ແນໃສ່ຢຸດຕິຄວາມເຄັ່ງຕຶງປີນຂັ້ນໄດເປັນເວລາຫຼາຍເດືອນ. ການເຈລະຈາຄັ້ງໃໝ່ລະຫວ່າງຄະນະຜູ້ແທນອາເມລິກາ ໂດຍທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ນຳໜ້າ ແລະ ຄະນະຜູ້ແທນຈີນ ໂດຍທ່ານຮອງນາຍົກລັດຖະມົນຕີ ຫຼຽວເຄືອ ເປັນຫົວໜ້າຄະນະ.
TAG
VOV/VOVworld/ອາເມລິກາ - ຈີນ/ລາຊະອະການລັບ/ເຈລະຈາ​ດ້ານ​ການຄ້າ