VOV WorldVOV World
ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ
11/02/2022 08:09
(VOVWORLD) - ວັນທີ 2 ກຸມພາທີ່ຜ່ານມາ, ຮອບເຈລະຈາທີ 9 ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ (ຫຼືຍັງເອີ້ນວ່າແຜນການເຄື່ອນໄຫວລວມຮອບດ້ານ JCPOA) ໂດຍອີຣານ ແລະ 6 ປະເທດມະຫາອຳນາດລົງນາມເມື່ອປີ 2015 ໄດ້ເຊື່ອມຕໍ່ຄືນໃໝ່ ຢູ່ນະຄອນຫຼວງວຽນ ປະເທດໂອຕາລິດ. ໜ້າສົນໃຈແມ່ນ ກ່ອນຮອບເຈລະຈາຄັ້ງໃໝ່, ອາເມລິກາ ໄດ້ປະຕິບັດບາດກ້າວເດີນທີ່ຖືກຖືວ່າ “ມີຜົນປະໂຫຍດ” ຕໍ່ວິວັດການເຈລະຈາ. ແຕ່ເຖິງແນວນັ້ນກໍ່ຕາມ, ຕາມບັນດານັກໄຈ້ແຍກແລ້ວ, ເພື່ອກ້າວໄປເຖິງຂໍ້ຕົກລົງຫຼັກແຫຼ່ງສຸດທ້າຍ, ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ.
ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ
 ຮອບເຈລະຈາກ່ຽວກັບການຟື້ນຟູນິວເຄຼຍອີຣານ ຢູ່ວຽນ-ໂອຕາລິດ (ພາບ: IRNA/TTXVN )    ຮອບເຈລະຈາຄັ້ງຫຼ້າສຸດ ແມ່ນຮອບເຈລະຈາຄັ້ງທີ 2 ຖືກຈັດຂຶ້ນໃນປີ 2022 ລະຫວ່າງ ອີຣານ ແລະ P5+1 (ລວມມີ ອາເມລິກາ, ອັງກິດ, ຝະລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ). ສິ່ງທີ່ກີດຂວາງ ເຮັດໃຫ້ຮອບເຈລະຈາຜ່ານມາ ບໍ່ສາມາດບັນລຸໄດ້ຂໍ້ຕົກລົງສຸດທ້າຍ ຍັງຄົງແມ່ນຄວາມບໍ່ລົງລອຍກັນດ້ານທັດສະນະພື້ນຖານລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບບັນຫາລົບລ້າງຄຳສັ່ງລົງໂທດ. ວັນທີ 4 ກຸມພາ, ອຳນາດການປົກຄອງອາເມລິກາ ໄດ້ຕົກລົງຈັດວາງຄຳສັ່ງລົງໂທດຕ້ານ ອີຣານ. ນີ້ຖືກຖືວ່າ ແມ່ນບາດກ້າວເດີນທີ່ຕັ້ງໜ້າ, ມີຜົນປະໂຫຍດໃຫ້ແກ່ການເຈລະຈາ ຊື່ງບັນດາຝ່າຍມີຂໍ້ສັງເກດອັນດຽວກັນວ່າ ພວມຢູ່ໃນໄລຍະຕັດສິນ.
TAG
VOV/VOVworld/ມີໂອ​ກາດ​ຕື່​ມ​ອີກ/​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ/Hossein Amir-Abdollahian/JCPOA/Josep Borrell

More