ນຳການພົວພັນລະຫວ່າງຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃຫມ່
11/05/2017 11:05
(VOVWORLD) - ວັນທີ 11 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສປ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສການຮ່ວມມື “ຫນຶ່ງແລວທາງ ຫນຶ່ງເສັ້ນທາງ”. ການຢ້ຽມຢາມຈະດຳເນີນເປັນເວລາ 4 ວັນ (ຮອດວັນທີ 15/ພຶດສະພາ) ແມ່ນການຢ້ຽມຢາມທາງລັດຖະກິດ ຈີນ ເປັນຄັ້ງທຳອິດຂອງທ່ານ ເຈີນດ້າຍກວາງ ໃນຖານະເປັນປະທານປະເທດຫວຽດນາມ. ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫວຽດເກື່ອງ, ຮ່າທັງ ມີບົດຂຽນດ້ວຍຫົວຂໍ້ວ່າ: ນຳການພົວພັນລະຫວ່າງຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃຫມ່.

ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຫວຽດນາມ ແລະ ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ມີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ເຖິງວ່າ ໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ ມີການຜັນແປຫລາຍຢ່າງກໍຕາມ ແຕ່ການຮ່ວມມື ແລະ ນ້ຳໃຈມິດຕະພາບ ຍາມໃດກໍ່ແມ່ນເນື້ອໃນຈິດໃຈຕົ້ນຕໍໃນການພົວພັນລະຫວ່າງສອງປະເທດ.
TAG
VOV/VOVworld/ການນຳຂັ້ນສູງ
Related
More








