ນຳທະເລຕາເວັນອອກກາຍເປັນເຂດທະເລແຫ່ງ ສັນຕິພາບ,ສະຖຽນລະພາບ ແລະ ພັດທະນາ
16/11/2017 10:15
(VOVWORLD) -ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ຫາກໍ່ສິ້ນສຸດລົງຢູ່ ຟິລີບປິນ ດ້ວຍໝາກຜົນສຳຄັນຫລາຍຢ່າງ. ໝາກຜົນພົ້ນເດັ່ນ ແມ່ນການນຳ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ຈີນ ໄດ້ເຫັນດີເລີ່ມຕົ້ນວິວັດການເຈລະຈາສ້າງກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC). ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນທີ່ສຸດຂອງບັນດາປະເທດ ອາຊຽນ ແລະ ຈີນ ໃນຕະຫລອດ 15 ປີ ໃນການຊອກຫາເຄື່ອງມືດ້ານນິຕິກຳເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລ.

ບັນດາການນຳປະເທດສະມາຊິກ ອາຊຽນ ພາບ:vietnam+ ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ ທະເລຕາເວັນອອກ ຍາມໃດກໍ່ແມ່ນຈຸດສຸມໃນໂຄງການດຳເນີນງານຂອງບັນດາເວທີປາໄສຂັ້ນສູງຂອງພາກພື້ນ, ໃນນັ້ນ ມີອາຊຽນ ແລະ ນີ້ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງອາຊຽນ ໃນຕະຫລອດ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ. ແລະ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ຫາກໍ່ດຳເນີນໄປຢູ່ ມານີລາ, ປະເທດ ຟິລີບປີນ ກໍ່ເຊັ່ນດຽວກັນ. ນະທີ່ນີ້, ອີກຄັ້ງຫນຶ່ງບັນດາການນຳ ອາຊຽນໄດ້ຢັ້ງຢືນຄືນໃຫມ່ກ່ຽວກັບຄຳໝັ້ນສັນຍາລວມໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບວິວັດການທາງການທູດ ແລະ ນິຕິທຳ, ເຄົາລົບກົດໝາຍສາກົນ, ລວມມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫລງການ DOC ຢ່າງຄົບຖ້ວນ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.
TAG
VOV/VOVworld/ທະເລຕາເວັນອອກ
Related








