VOV WorldVOV World
ນະໂຍບາຍ, ກົດໝາຍຊຸກຍູ້ຄວາມກ້າວໜ້າ ແລະ ຍຸດຕິທຳທາງສັງຄົມ
27/06/2016 12:46
ກອງ​ປະ​ຊຸມ​ສຳ​ມະ​ນາ “ ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງສະ​ພາ​ແຫ່ງ​ຊາດ​ດ້ວຍ​ນະ​ໂຍ​ບາຍ, ກົດ​ໝາຍ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ແລະ ຍຸດ​ຕິ​ທຳ​ທາງ​ສັງ​ຄົມ ” ໄດ້​ຖືກ​ຈັກ​ຂຶ້ນ​ໃນ​ວັນ​ທີ 26 ແລະ 27/6
ນະໂຍບາຍ, ກົດໝາຍຊຸກຍູ້ຄວາມກ້າວໜ້າ ແລະ ຍຸດຕິທຳທາງສັງຄົມ
ກອງ​ປະ​ຊຸມ​ສຳ​ມະ​ນາ “ ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງສະ​ພາ​ແຫ່ງ​ຊາດ​ດ້ວຍ​ນະ​ໂຍ​ບາຍ, ກົດ​ໝາຍ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ແລະ ຍຸດ​ຕິ​ທຳ​ທາງ​ສັງ​ຄົມ ” ໄດ້​ຖືກ​ຈັກ​ຂຶ້ນ​ໃນ​ວັນ​ທີ 26 ແລະ 27/6 ຢູ່​ຮ່າ​ໂນ້ຍ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ(2/7/1976-2/7/2016). ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ກ່​ວາ 40 ປີ​ທີ່​ຜ່ານ​ມາ, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຢືນ​ຢັນ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ ແລະ ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ທີ່​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ລະ​ບອບ​ນະ​ໂຍ​ບາຍ​ສັງ​ຄົມ​ຢູ່​ຫວຽດ​ນາມ. ທ່ານ​ນາງ​ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ        ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເ​ລີກສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 6, ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວກ​ດັບ​ການ​ສ້າງ​ຕັ້ງ​ບັນ​ດາ​ກຳ​ມາ​ທິ​ການ​ຂອງສະ​ພາ​ແຫ່ງ​ຊາດ, ໃນ​ນັ້ນ​ມີກຳ​ມາ​ທິ​ການສາ​ທາ​ລະ​ນະ​ສຸກ ແລະ ສັງ​ຄົມ​ຊຶ່ງ​ແມ່ນ​ຕົ້ນ​ກຳ​ເນີ​ດ​ຂອງ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ. ກຳ​ມາ​ທິ​ການ​ນີ້​ໄດ້​ປະ​ກອບ​ສ່ວ​ນຫຼາຍ​ພໍ​ສົມ​ຄວນ​ເຂົ້າ​ໃນ​ການ​ສ້າງ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ​ສັງ​ຄົມ​ຊຶ່ງ​ລວມ​ທັງ​ບັນ​ດາ​ຂົງ​ເຂດ​ແຮງງານ, ວຽກ​ເຮັດ​ງານ​ທຳ, ການ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ, ສຸ​ຂາ​ພິ​ບານ, ປະ​ຊາ​ກອນ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ ແລະ ນະ​ໂຍ​ບາຍ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ… ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ, ມຸ່ງໄປ​ສູ່​ຈຸດ​ໝາຍ​ຮັບ​ການ​ຊີ​ວິດ​ສັງ​ຄົມ​ຢູ່​ຫວຽດ​ນາມ.
TAG
vovworld/ສະ​ພາ​ແຫ່ງ​ຊາດ

More