ຍົກລະດັບການພົວພັນລະຫວ່າງຫວຽດນາມ - ກຳປູເຈຍໃຫ້ພັດທະນາ, ໝັ້ນຄົງກວ່າ
24/07/2017 08:53
(VOVWORLD) -ນັບແຕ່ວັນທີ 20-22 ກໍລະກົດ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຕາມຄຳເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ. ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາຄາດໝາຍທີ່ວາງອອກຢູ່ໃນລະດັບສູງ, ແມ່ນຂີດໝາຍປະຫວັດສາດ, ເປີດໄລຍະໃຫມ່ໃນການພົວພັນສອງປະເທດຫວຽດນາມ ແລະ ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ແທດຈິງກວ່າ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ້ຽມຢາມ ວັດ Svay Pope ຢູ່ Phnom Penh ການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແມ່ນການຢ້ຽມຢາມ ຄັ້ງທຳອິດພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ດຳເນີນໄປກົງກັບໂອກາດສອງປະເທດພວມຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ແທດຈິງເພື່ອສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ສະນັ້ນ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍທົບທວນຄືນໄລຍະປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດໃນ 50 ປີຜ່ານມາ, ຢືນຢັນບັນດາໝາກຜົນ, ຖອດຖອນບົດຮຽນ ແລະ ວາງອອກບັນດາການກຳນົດທິດໃຫຍ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
TAG
VOV/VOVworld/ປະສິດທິຜົນ
Related








