VOV WorldVOV World
ຍົກສູງຄຸນນະພາບຊີວິດການເປັນຢູ່ ເພື່ອຄວາມຜາສຸກຂອງປະຊາຊົນແຕ່ລະຄົນ
10/02/2021 04:24
(VOVWORLD) - ທິດທາງການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021 – 2025 ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຊີ້ແຈ້ງວ່າ ຄວນຍົກສູງຄຸນນະພາບຊີວິການເປັນຢູ່ໃຫ້ປະຊາຊົນ, ຮັບປະກັນຄວາມສະໜິດຕິດພັນຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດກັບສັງຄົມ.
ຍົກສູງຄຸນນະພາບຊີວິດການເປັນຢູ່ ເພື່ອຄວາມຜາສຸກຂອງປະຊາຊົນແຕ່ລະຄົນ
 ໜຶ່ງໃນບັນດາຈຸດໃໝ່ຂອງເອກະສານຄັ້ງນີ້ແມ່ນ “ຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ”, ພິເສດແມ່ນເນັ້ນໜັກເຖິງປັດໄຈ “ຜາສຸກ” ຂອງປະຊາຊົນ. ທ່ານ ເວືອງດີງເຫວ້, ເລຂາຄະນະພັກນະຄອນ ຮ່າໂນ້ຍ (ພາບ:  kinhtedothi.vn )         ຫວຽດນາມ ໄດ້ມີບັນດາບາດກ້າວກະໂດດຂັ້ນກ່ຽວກັບການຍົກສູງຄຸນນະພາບຊີວິດການເປັນຢູ່, ແມ່ນໜຶ່ງໃນບັນດາປະເທດທຳອິດ ປະຕິບັດເປົ້າໝາຍສະຫັດສະວັດກ່ຽວກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃຫ້ສຳເລັດກ່ອນກຳນົດ 10 ປີ. ທີ່ກອງປະຊຸມໃຫຍ່ອົງຄະນະພັກບັນດາທ້ອງຖິ່ນປີ 2020, ເຖິງວ່າວິທີການສຳຜັດແຕກຕ່າງກັນກໍ່ຕາມ ແຕ່ຫລາຍທ້ອງຖິ່ນໄດ້ວາງເປົ້າໝາຍຍົກສູງຄຸນນະພາບຊີວິດການເປັນຢູ່, ເຊິ່ງສະແດງໃຫ້ເຫັນຜ່ານດັດຊະນີຄວາມຜາສຸກຂອງປະຊາຊົນຕ້ອງໄດ້ຮັບການຍົກສູງຂຶ້ນ, ລວມມີ: ລາຍຮັບສູງກ່ວາ, ໄດຊົມໃຊ້ບັນດາບໍລິການສັງຄົມຢ່າງສະດວກກ່ວາ, ຮັບປະກັນຊີວິດການເປັນຢູ່ທາງດ້ານຈິດໃຈດີກ່ວາ.
TAG
VOV/VOVworld/ຍົກສູງຄຸນນະພາບ/ຊີວິດການເປັນຢູ່/ຄວາມຜາສຸກ/ປະຊາຊົນ