ຍຸດທະສາດອຸດສາຫະກຳ ເອີລົບ
22/03/2019 04:48
(VOVWORLD) - ວັນທີ 21 ມີນາ, ກອງປະຊຸມສຸດຍອດສະຫະພາບເອີລົບ (EU) ໄດ້ໄຂຂຶ້ນ ຢູ່ ບຣຸກແຊນ ປະເທດແບນຊິກ. ໂດຍໄດ້ດຳເນີນໃນເວລາ 2 ວັນ, ນອກຈາກບັນຫາຮ້ອນເຮັ່ງທີ່ນຳມາປຶກສາຫາລືກ່ຽວກັບເລື່ອງ ອັງກິດຖອນຕົວອອກຈາກ EU, ຄາດວ່າ ການນຳບັນດາປະເທດສະມາຊິກ EU ຍັງປຶກສາຫາລືກ່ຽວກັບຍຸດທະສາດອຸດສາຫະກຳເອີລົບ. ນີ້ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມອີກອັນຫນຶ່ງຂອງ EU ໃນການປັບປຸງຄວາມສາມັກຄີພາຍໃນກຸ່ມ, ພາຍຫລັງວິວັດການສ້າງຕັ້ງກອງທັບຮ່ວມ ໃນເອີລົບ ພວມບັນລຸໄດ້ຄວາມຄືບຫນ້າ.

ພາບປະກອບ ແນວຄວາມຄິດສ້າງຕັ້ງຍຸດທະສາດອຸດສາຫະກຳເອີລົບ ໂດຍເຢຍລະມັນ ແລະ ຝລັ່ງ ລິເລີ່ມ. ເອີລົບ ແມ່ນພາກພື້ນດຳເນີນການຫັນເປັນອຸດສາຫະກຳໄວກວ່າໝູ່ໃນໂລກ. ແຕ່ດົນນານມາແລ້ວ, ບັນດາຜະລິດຕະພັນອຸດສາຫະກຳຂອງ ເອີລົບ ມີຊື່ສຽງກ່ຽວກັບຄຸນນະພາບສູງ. ບັນດາຂະແຫນງອຸດສາຫະກຳໄດ້ຮັບຄວາມເອົາໃຈໃສ່ພັດທະນານັ້ນແມ່ນ: ຫລອມໂລຫະ, ການຜະລິດເຄື່ອງຈັກ, ເຄມີ, ປຸງແຕ່ງສະບຽງອາຫານ, ຜະລິດເຄື່ອງໃຊ້ສອຍ…
TAG
VOV/VOVworld/ຂະແຫນງອຸດສາຫະກຳ 4.0
Related
More








