ໂລກປະເຊີນໜ້າກັບບັນດາສິ່ງທ້າທາຍໃນບັນຫາມະນຸດສະທຳ
20/08/2024 11:10
(VOVWORLD) - ສປຊ ໄດ້ເລືອກເອົາວັນທີ 19 ສິງຫາຂອງທຸກໆປີ ເປັນວັນມະນຸດສະທຳໂລກ, ເພື່ອແນ່ໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຕໍ່ບັນດາບັນຫາມະນຸດສະທຳທົ່ວໂລກ. ປີນີ້, ວັນມະນຸດສະທຳໂລກ ໄດ້ດຳເນີນໃນສະພາບການມະນຸດພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍມະນຸດສະທຳຢ່າງຮ້າຍແຮງທີ່ສຸດໃນ 2 – 3 ທົດສະວັດຜ່ານມາ.

ໃນບົດລາຍງາຍ “ສະພາບການລວມມະນຸດສະທຳທົ່ວໂລກ” (GHO), ປະກາດໃນວັນທີ 26 ມິຖຸນາ, ສປຊ ໄດ້ໃຫ້ຂໍ້ສັງເກດວ່າ 6 ເດືອນຕົ້ນປີນີ້, ບັນດາການບຸກໂຈມຕີເຂົ້າພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ, ສຸຂະອະນາໄມ, ນໍ້າສະອາດຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດ ແລະ ນັບລ້ານຄົນຕົກເຂົ້າສູ່ສະພາບຫຍຸ້ງຍາກທີ່ສຸດ.
TAG
VOV/VOVworld/ມະນຸດສະທຳ/ເຂດ ກາຊາ/ປາແລັດສະຕິນ/ຊູດັງ
Related
More








