ໂລກຊອກຫາມາດຕະການຜ່ານຜ່າວິກິດການດ້ານສາທາລະນະສຸກໃນທົ່ວໂລກ
21/05/2021 09:14
(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຮອບໃໝ່ຢູ່ທົ່ວທຸກແຖບຖິ່ນໃນ ໂລກ ອັນໄດ້ເຮັດໃຫ້ຫຼາຍປະເທດຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງ, ນັ້ນແມ່ນວິກິດການດ້ານສາທາລະນະສຸກ. ໂລກລະບາດໄດ້ເພີ່ມກຳລັງກົດດັນຕໍ່ລະບົບສາທາລະນະສຸກ, ພິເສດແມ່ນຢູ່ບັນດາປະເທດດ້ອຍພັດທະນາ ຫຼື ພວມພັດທະນາ ແລ້ວເຮັດໃຫ້ໂລກຈຳເປັນຕ້ອງຮ່ວມແຮງຮ່ວມໃຈຊອກຫາມາດຕະການ ເພື່ອຜ່ານຜ່າ ແລະ ຫຼຸດຜ່ອນຜົນເສຍຫາຍກ່ຽວກັບຊີວິດອິນຊີ.

ຕາມການຄາດຄະເນແລ້ວ, ໃນແຕ່ລະວັນ, ທົ່ວໂລກຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ປະມານ 12.000 ຄົນ. ມາຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ ໂຄວິດ - 19 ໃນທົ່ວໂລກ ແມ່ນຫຼາຍກວ່າ 3,4 ລ້ານຄົນ, ຕົວເລກດັ່ງກ່າວແມ່ນເທົ່າກັບຈຳນວນປະຊາກອນຂອງຫຼາຍນະຄອນໃຫຍ່ໃນໂລກ. ໃນນັ້ນ, ມີພະນັກງານການແພດປະມານ 7.000 ຄົນເສຍຊີວິດ, ມີພະຍາບານ 136 ລ້ານຄົນ ມີຄວາມສ່ຽງຖືກຕິດເຊື້ອພະຍາດດັ່ງກ່າວໃນຂະນະທີ່ພວມເຮັດວຽກ, ຕາມຂໍ້ມູນຈາກ ອົງການແຮງງານສາກົນ ທີ່ໄດ້ປະກາດໃນທ້າຍເດືອນ ເມສາ 2021 ນີ້.
TAG
VOV/VOVworld/ອິນເດຍ/ໂລກລະບາດໂຄວິດ - 19/ເກີນຂອບຂະໜາດບັນຈຸ/ວິກິດການດ້ານສາທາລະນະສຸກ/ຮ່ວມແຮງຮ່ວມໃຈ
Related








