VOV WorldVOV World
ໂລກເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການຈຳ​ແນກ​ປະ​ພຶດ​ຕໍ່​ຊາວ​ເຊື້ອ​ຊາດ ອາ​ຊີ
06/04/2021 09:00
(VOVWORLD) -ຕໍ່ຫນ້າສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນເລັ່ງໃສ່ຊາວເຊື້ອຊາດ ອາຊີ ໃນໂລກ ເປັນຕົ້ນແມ່ນ ຢູ່ ອາເມລິກາ ຫວ່າງມໍ່ໆມານີ້ ມີຫລາຍອົງການ, ຂະບວນການປົກປ້ອງຊາວເຊື້ອຊາດ ອາຊີ ໄດ້ຮັບການສ້າງຕັ້ງຂຶ້ນ. ບັນດາການເຄື່ອນໄຫວນີ້ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຮຽກຮ້ອງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກ່າວປະນາມ ແລະ ສະກັດກັ້ນບັນດາການກະທຳຈຳແນກປະພຶດຕໍ່, ຄວາມຄຽດແຄ້ນເລັ່ງໃສ່ຊາວເຊື້ອຊາດ ອາຊີ ເວົ້າສະເພາະ ແລະ ບັນດາເຜົ່າພັນອື່ນເວົ້າລວມ.
ໂລກເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການຈຳ​ແນກ​ປະ​ພຶດ​ຕໍ່​ຊາວ​ເຊື້ອ​ຊາດ ອາ​ຊີ
ຊາວເຊື້ອຊາດ ອາຊີ ກໍ່ຄື ເຊື້ອຊາດ ອາຟຼິກາ ໄດ້ ແລະ ພວມແມ່ນເປົ້າໝາຍຂອງການຈຳແນກປະພຶດຕໍ່ຢູ່ຫລາຍປະເທດ. ໃນປະຫວັດສາດກໍ່ໄດ້ເກີດບັນດາເຫດເຂັ່ນຂ້າ ຫລື ບຸກໂຈມຕີຊາວ ອາຊີ. ໄລຍະມໍ່ໆມານີ້ ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ມີຫລາຍຖ້ອຍທຳນອງຖອກໂທດກ່ຽວກັບຕົ້ນກຳເນີດຂອງໂລກພະຍາດນີ້ແມ່ນມາຈາກ ອາຊີ ຍິ່ງເຮັດໃຫ້ຊາວເຊື້ອຊາດອາຊີ ຍິ່ງຖືກຮັບການປະພຶດຕໍ່.
TAG
VOV/VOVworld/ຊາວ​ເຊື້ອ​ຊາດ ອາ​ຊີ/ອາ​ເມ​ລິ​ກາ

More