ໂລກປາດຖະໜາຫຍັງແດ່ ຈາກ ກອງປະຊຸມ Davos 2019?
24/01/2019 09:25
(VOVWORLD) - WEF 2019 ຢູ່ Davos ຖືກດໍາເນີນໃນສະພາບການທີ່ຫຼາຍບັນຫາສໍາຄັນຂອງໂລກພວມນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ພວມຂາດສະຖຽນລະພາບ ຍິ່ງກວ່າເວລາໃດໝົດ.

ກອງປະຊຸມປະຈໍາປີ ເວທີປາໄສເສດຖະກິດໂລກ WEF 2019 ພວມດໍາເນີນໄປຢູ່ Davos, ປະເທດສະວິດ ແຕ່ວັນທີ 22 – 25 ມັງກອນ. ດ້ວຍຫົວຂໍ້ຕົ້ນຕໍແມ່ນ “ໂລກາພິວັດ 4.0: ກໍານົດສະຖາປັດຕະຍາກໍາໃໝ່ ໃນສັງກາດແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ 4”, ກອງປະຊຸມຄັ້ງນີ້ ໄດ້ຮັບການຕີລາຄາວ່າ ແມ່ນໂອກາດເຕົ້າໂຮມຂອງບັນດາບຸຸກຄົນແຖວໜ້າຂອງໂລກ. ແຕ່ວ່າ ການບໍ່ມີໜ້າເຂົ້າຮ່່ວມຂອງບຸກຄົນທີ່ສໍາຄັນນັ້ນ ໄດ້ເຮັດໃຫ້ຄວາມປະທັບໃຈຂອງ Davos 2019 ຖືກຫຼຸດລົງ ແລະ ອາດຈະໄປຜິດເຂວກັບເປົ້າໝາຍການຫັນເປັນໂລກາພິວັດ. WEF 2019 ຢູ່ Davos ຖືກດໍາເນີນໃນສະພາບການທີ່ຫຼາຍບັນຫາສໍາຄັນຂອງໂລກພວມນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ພວມຂາດສະຖຽນລະພາບ ຍິ່ງກວ່າເວລາໃດໝົດ.
TAG
VOV/VOVworld/ຄອງຄອຍ/ປາດຖະໜາ/WEF 2019
Related







