VOV WorldVOV World
ປະ​ທານ​ປະ​ເທດ​ສວມ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ປະ​ເທດ​ຊາດ.
30/03/2021 07:08
(VOVWORLD) - ໃນອາຍຸການ 2016 – 2021, ທ່ານປະທານປະເທດຫວຽດນາມ ໄດ້ສ້າງຂີດໝາຍຫຼາຍຢ່າງ ໃນການຮັກສາສະຖຽນລະພາບ ກໍ່ຄືການພັດທະນາປະເທດຊາດ, ໂດຍສະເພາະແມ່ນການລະດົມກຳລັງແຮງມະຫາສາມັກຄີແຫ່ງຊາດ, ສະຫງວນຄວາມເອົາໃຈໃສ່ຢ່າງຫຼວງຫຼາຍ ແກ່ວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ກໍ່ຄືປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງສາກົນຂອງຫວຽດນາມ ໃນເວທີສາກົນ. ທີ່ກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຊຸດທີ 14 ພວມດຳເນີນຢູ່ຮ່າໂນ້ຍ, ບັນດາ ສສຊ ໄດ້ຢັ້ງຢືນວ່າ ບັນດາການປະກອບສ່ວນຂອງທ່ານປະທານປະເທດໃນອາຍຸການ 2016 – 2021 ມີບົດບາດສຳຄັນໃຫ້ແກ່ການພັດທະນາຂອງປະເທດຊາດ.
ປະ​ທານ​ປະ​ເທດ​ສວມ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ປະ​ເທດ​ຊາດ.
ປະທານປະເທດ ຫງວຽນຝູຈ້ອງລາຍງານຕໍ່ສະພາແຫ່ງຊາດ (ພາບ: quochoi.vn )     ດ້ວຍຖານະຕຳແໜ່ງເປັນປະມຸກລັດ, ໃນອາຍຸການ 2016 – 2021, ທ່ານປະທານປະເທດໄດ້ປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ສຳເລັດເປັນຢ່າງດີທີ່ສຸດ, ນັບທັງການພົວພັນພາຍໃນ ແລະ ຕ່າງປະເທດ.
TAG
VOV/VOVworld/ປະ​ທານ​ປະ​ເທດ​/ສວມ​ບົດ​ບາດ​ສຳ​ຄັນ​/ອາ​ຍຸ​ການ 2016 – 2021/ມະຫາສາມັກຄີ

More