VOV WorldVOV World
ປະເທດ ອາເມລິກາ ແລະ ບັນດາສິ່ງທ້າທາຍ ພາຍຫລັງການເລືອກຕັ້ງ
07/11/2018 09:12
(VOVWORLD) - ເວທີການເມືອງຂອງປະເທດ ອາເມລິກາ ຫາກໍ່ຜ່ານຜ່າການເລືອກຕັ້ງສະພາແຫ່ງຊາດກາງສະໄໝ ທີ່ມີກຳລັງການແຂ່ງຂັນທີ່ຫຍຸ້ງຍາກທີ່ສຸດໃນຫລາຍປີຜ່ານມາ.
ປະເທດ ອາເມລິກາ ແລະ ບັນດາສິ່ງທ້າທາຍ ພາຍຫລັງການເລືອກຕັ້ງ
ການແຂ່ງຂັນເພື່ອຍາດເອົາທີ່ນັ່ງໃນສະພາຕ່ຳ ແລະ ສະພາສູງ ອາເມລິກາ ໄດ້ສິ້ນສຸດລົງ ກໍ່ແມ່ນຈຸດເວລາທີ່ປະເທດ ອາເມລິກາ ກັບຄືນສູ່ສະພາບຕົວຈິງ ເພື່ອຮັບມືຕໍ່ບັນດາສິ່ງທ້າທາຍໃນປັດຈຸບັນ. ທ່ານປະທານາທິບໍດີ Donald Trump ພາບ: Reuters         ໃນການເລືອກຕັ້ງສຳຄັນນີ້, ຜູ້ມີສິດເລືອກຕັ້ງ ອາເມລິກາ ໄດ້ເລືອກຕັ້ງສະພາຕ່ຳຄືນໃໝ່ທັງໝົດ, 1/3 ທີ່ນັ່ງຢູ່ສະພາສູງ, ຕຳແໜ່ງຜູ້ວ່າການລັດ 36 ຕຳແໜ່ງ, ພ້ອມກັບທີ່ນັ່ງໃນບັນດາອົງການນິຕິບັນຍັດຂັ້ນລັດໃນທົ່ວປະເທດປະມານ 6.000 ທີ່ນັ່ງ. ກ່ອນທີ່ດຳເນີນການເລືອກຕັ້ງ, ທັງສະພາຕ່ຳ ແລະ ສະພາສູງ ໂດຍພັກສາທາລະນະຂອງທ່ານປະທານາທິບໍດີ Donald Trump ໄດ້ກຳສິດຄວບຄຸມ.         ການເລືອກຕັ້ງກາງສະໄໝປີນີ້ ປຽບເໝືອນດັ່ງການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ, ຕີລາຄາລະດັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ທ່ານປະທານາທິບໍດີ Trump ແລະ ພັກສາທາລະນະ, ກໍ່ຄືສຳລັບການກຳນົດທິດຂອງປະເທດ ອາເມລິກາ, ການພົວພັນເຊື້ອຊາດຜິວພັນ, ສັງຄົມ ແລະ ອິດທິພົນຊື່ສຽງຂອງປະເທດ ອາເມລິກາຢູ່ໃນໂລກ.
TAG
VOV/VOVworld/ອາເມລິກາ/ສິ່ງທ້າທາຍ/ການເລືອກຕັ້ງ