ປະເທດອາເມລິກາ ພາຍຫຼັງການເລືອກຕັ້ງ: ມຸ່ງໄປເຖິງຄວາມສາມັກຄີ ແລະ ການເຊືື່ອມຈອດ
10/11/2020 08:50
(VOVWORLD) -ບັນດາການເລືອກຕັ້ງປະທານາທິບໍດີອາເມລິກາ ແມ່ນໂອກາດເພື່ອໃຫ້ປະຊາຊົນ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາກ່ຽວກັບຖັນແຖວການນຳໃນອາຍຸການໃໝ່ເຊິ່ງເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈປ່ອນບັດເລືອກຕັ້ງ.

ປະເທດອາເມລິກາ ຫາກໍ່ຜ່ານການເລືອກຕັ້ງປະທານາທິບໍດີຄັ້ງປະຫວັດສາດ ດ້ວຍການແກ່ງແຍ້ງຢ່າງຂ້ຽວຂາດລະຫວ່າງທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump, ຕາງໜ້າໃຫ້ພັກສາທາລະນະ ແລະ ທ່ານ Joe Biden, ຕາງໜ້າໃຫ້ພັກປະຊາທິປະໄຕ. ເຖິງວ່າ, ມາຮອດຈຸດເວລານີ້, ທຳນຽບຂາວຍັງບໍ່ທັນປະກາດໝາກຜົນຂອງການເລືອກຕັ້ງ, ແຕ່ການເລືອກຕັ້ງໄດ້ຊີ້ໃຫ້ເຫັນສ່ວນໃດສ່ວນໜຶ່ງຢູ່ພາຍໃນປະເທດອາເມລິກາ ຖືກແບ່ງແຍກ. ແລະໜ້າທີ່ຂອງທ່ານປະທານທິບໍດີຄົນທີ 46 ໃນປະຫວັດສາດຂອງປະເທດອາເມລິກາ ແມ່ນຕ້ອງມີຄວາມສາມັກຄີ ແລະ ສ້າງຄວາມສະໜິດຕິດພັນໃນໝູ່ປະຊາຊົນ. ນີ້ແມ່ນໜ້າທີ່ບໍ່ແມ່ນງ່າຍໃນສະພາບປະເທດອາເມລິກາ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນໂລກລະບາດໂຄວິດ-19 ທີ່ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ. ບັນດາການເລືອກຕັ້ງປະທານາທິບໍດີອາເມລິກາ ແມ່ນໂອກາດເພື່ອໃຫ້ປະຊາຊົນ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາກ່ຽວກັບຖັນແຖວການນຳໃນອາຍຸການໃໝ່ເຊິ່ງເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈປ່ອນບັດເລືອກຕັ້ງ. ການເລືອກຕັ້ງໃນປີນີ້ໄດ້ຊີ້ໃຫ້ເຫັນຕົວເລກສະຖິຕິຂອງຜູ້ມີສິດເລືອກຕັ້ງທັງ 2 ພັກເຊິ່ງແມ່ນພັກສາທາລະນະ ແລະ ພັກປະຊາທິປະໄຕ ໄປປ່ອນບັດ. ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າບໍ່ສາມາດຫາໄດ້ສຽງເວົ້າລວມກ່ຽວກັບຄວາມມຸ່ງຫວັງສຳລັບປະທານາທິບໍດີໃນອາຍຸການຕໍ່ໄປ.
TAG
VOV/VOVworld/ມະຫາອຳນາດ/ການເລືອກຕັ້ງ/ເວທີການເມືອງ
Related








