VOV WorldVOV World
ປະເທດອາເມລິກາພາຍໃຕ້ການນຳພາຂອງ ທ່ານປະທານາທິບໍດີ Joe Biden
20/01/2021 11:04
(VOVWORLD) - ວັນທີ 20 ມັງກອນ (ຕາມເວລາ ອາເມລິກາ) ໄດ້ດຳເນີນເຫດການສຳຄັນຍິ່ງ ແລະ ຫາງສຽງ ອາເມລິກາ ກໍ່ຄືໂລກພວມລໍຄອຍ ນັ້ນແມ່ນພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ Joe Biden.
ປະເທດອາເມລິກາພາຍໃຕ້ການນຳພາຂອງ ທ່ານປະທານາທິບໍດີ Joe Biden
ເຫດການນີ້ ບໍ່ພຽງແຕ່ສ້າງຂີດໝາຍແຫ່ງການປ່ຽນແປງທີ່ສຳຄັນກ່ຽວກັບດ້ານບຸກຄະລາກອນໃນກົງຈັກອຳນາດການປົກຄອງອາເມລິກາເທົ່ານັ້ນ ຫາກຍັງໄດ້ຮັບການສັງເກດວ່າ ແມ່ນການເລີ່ມຕົ້ນຂອງການປ່ຽນແປງອັນໃຫຍ່ຫລວງທີ່ກ່ຽວຂ້ອງເຖິງນະໂຍບາຍການການພົວພັນພາຍໃນ ແລະ ຕ່າງປະເທດ ຂອງປະເທດມະຫາອຳນາດອັນດັບໜຶ່ງໃນໂລກອີກດ້ວຍ .   ພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ Joe Biden, ປະທານາທິບໍດີຄົນທີ 46 ຂອງປະເທດ ອາເມລິກາ ໄດ້ດຳເນີນໃນວັນທີ 20 ມັງກອນ, ເຊິ່ງບໍ່ມີການເຂົ້າຮ່ວມຂອງ ທ່ານປະທານາທິບໍດີທີ່ໝົດອາຍຸການ Doanld Trump. ນີ້ໄດ້ຖືວ່າແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງປະເທດອາເມລິກາ ທັນສະໄໝ, ສ່ອງແສງໃຫ້ເຫັນການຂັດແຍ້ງ ແລະ ຄວາມແຕກຕ່າງກັນຢ່າງເລິກເຊິ່ງກ່ຽວກັບທັດສະນະນຳພາຂອງການນຳສອງທ່ານ. ເພາະສະນັ້ນ, ຄວາມສົນໃຈແຖວໜ້າຂອງຫາງສຽງໃນເວລານີ້ແມ່ນ ບາດກ້າວເດີນທຳອິດຂອງທ່ານປະທານາທິບໍດີຄົນໃໝ່ Joe Biden  ຈະມີຄວາມແຕກຕ່າງກັນແນວໃດ ເມື່ອທຽບໃສ່ກັບທ່ານປະທານາທິບໍດີອາຍຸການກ່ອນ.    
TAG
VOV/VOVworld/ອາເມລິກາ/ປະທານາທິບໍດີ/Joe Biden