ປະເທດຝລັ່ງ ມານະພະຍາຍາມສ້າງພາບພົດຄືນໃຫມ່ດ້ວຍຄຳໝັ້ນສັນຍາໃຫມ່
15/01/2019 09:35
(VOVWORLD) -ການເຈລະຈາໃນທົ່ວປະເທດຝລັ່ງແມ່ນເລີ່ມດຳເນີນໃນວັນທີ 15 ມັງກອນ. ຂໍ້ລິເລີ່ມນີ້ ໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຍົກອອກມາ ເພື່ອແນໃສ່ທາບທາມຄຳເຫັນຈາກປະຊາຊົນພາຍຫລັງຂາດສະຖຽນລະພາບໃນຫລາຍມື້ຍ້ອນບັນດາການແຫ່ຂະບວນປະທ້ວງຂອງ “ຝ່າຍເສື້ອເຫລືອງ”. ການນຳ ຝລັ່ງ ມີຄວາມເຊື່ອໝັ້ນວ່າ ບັນດາຂໍ້ສະເຫນີຂອງປະຊາຊົນ ຈະຊ່ວຍສ້າງຄຳໝັ້ນສັນຍາໃຫມ່ໃຫ້ແກ່ປະເທດຊາດ, ຟື້ນຟູການເຄື່ອນໄຫວຂອງລັດຖະບານ ແລະ ສະພາແຫ່ງຊາດຄືນໃຫມ່ ກໍຄືສ້າງບົດບາດຂອງປະເທດຝລັ່ງ ຢູ່ ເອີລົບ ແລະ ໃນເວທີສາກົນຄືນໃຫມ່.

ໃນຈົດໝາຍສົ່ງເຖິງທົ່ວປວງຊົນ ຝລັ່ງ, ທ່ານ E. Macron ຢືນຢັນວ່າ ການເຈລະຈາໃນທົ່ວປະເທດຈະແກ່ຍາວຮອດວັນທີ 15 ມີນາ ແລະ ບໍ່ແມ່ນການເລືອກຕັ້ງ ຫລື ການລົງປະຊາມະຕິ. ແລະ ບັນດາການເຈລະຈານີ້ຈະຊ່ວຍຫັນຄວາມຄຽດແຄ້ນເປັນມາດຕະການແກ້ໄຂໃຫ້ແກ່ປະເທດຊາດຢ່າງແທດຈິງ.
TAG
VOV/VOVworld/ຄໍາໝັ້ນສັນຍາ/ແຫ່ຂະບວນປະທ້ວງ/ເສື້ອເຫຼືອງ
Related







