VOV WorldVOV World
ປະຕິບັດຄວາມຄາດຫວັງຫັນເປັນດີຈີຕອນຂອງຫວຽດນາມໃຫ້ປະກົດຜົນເປັນຈິງ
15/02/2021 08:35
(VOVWORLD) -ຫວຽດນາມ ບັນລຸໄດ້ຫຼາຍຜົນງານກ່ຽວກັບການຫັນເປັນດີຈີຕອນໃນປີ 2020, ແຕ່ວຽກງານນີ້ຍັງສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແຮງກວ່າໃນປີ 2021 ແລະ ໃນຊຸມປີຕໍ່ໄປ.
ປະຕິບັດຄວາມຄາດຫວັງຫັນເປັນດີຈີຕອນຂອງຫວຽດນາມໃຫ້ປະກົດຜົນເປັນຈິງ
ຢາກປະຕິບັດການຫັນຄວາມຄາດຫວັງຫັນປະເທດຊາດເປັນດີຈີຕອນ ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຕ້ອງກຳແໜ້ນກາລະໂອກາດ, ປະຕິບັດພາລະກິດຫັນເປັນດີຈີຕອນຢ່າງໄວ ແລະ ແຮງກວ່າອີກ. ຫວຽດນາມ ບັນລຸໄດ້ຫຼາຍຜົນງານກ່ຽວກັບການຫັນເປັນດີຈີຕອນໃນປີ 2020, ແຕ່ວຽກງານນີ້ຍັງສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແຮງກວ່າໃນປີ 2021 ແລະ ໃນຊຸມປີຕໍ່ໄປ. ປີ 2020 ແມ່ນປີທີ່ຫວຽດນາມ ໄດ້ເລີ່ມເຄື່ອນໄຫວເປົ້າໝາຍຫັນປະເທດຊາດເປັນດີຈີຕອນ. ເຕັກໂນໂລຊີພັດທະນາ ອະນຸຍາດໃຫ້ຫວຽດນາມ ນຳທຸກການເຄື່ອນໄຫວຂອງຕົນເຂົ້າໃນເຄືອຄ່າຍອິນເຕີເນັດ ແທນທີ່ພຽງແຕ່ຫັນເອກະສານ, ຂັ້ນຕອນເປັນດີຈີຕອນຄືໃນເມື່ອກ່ອນນັ້ນ. ການຫັນປ່ຽນນີ້ ເກີດຂຶ້ນຢ່າງວອງໄວ ແລະ ໄດ້ສົ່ງຜົນກະທົບທີ່ໃຫຍ່ຫຼວງຍິ່ງກວ່າເວລາໃດໝົດໃນທັງ 3 ເສົ້າຄ້ຳ ນັ້ນແມ່ນ: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
TAG
VOV/VOVworld/ດີຈີຕອນ/ເຕັກໂນໂລຊີ