ປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຂອງພັກ: ຮັບຟັງຄຳເຫັນຂອງປະຊາຊົນ
17/09/2015 10:19
ຮ່າງບັນດາເອກະສານທັງໝົດທີ່ກະກຽມຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໄດ້ຖືກປະກາດຢ່າງເປີດເຜີຍຜ່ານບັນດາພາຫະນະສື່ມວນຊົນນັບແຕ່ວັນທີ 15/9/2015 ເປັນຕົນມາເພື່ອໃຫ້ປະຊາຊົນປະກອບຄຳເຫັນ

ຮ່າງບັນດາເອກະສານທັງໝົດທີ່ກະກຽມຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໄດ້ຖືກປະກາດຢ່າງເປີດເຜີຍຜ່ານບັນດາພາຫະນະສື່ມວນຊົນນັບແຕ່ວັນທີ 15/9/2015 ເປັນຕົນມາເພື່ອໃຫ້ປະຊາຊົນປະກອບຄຳເຫັນ. ບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງນີ້ ແມ່ນເພື່ອໃຫ້ປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມປະກອບຄຳເຫັນ ເພື່ອສ້າງແນວທາງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. (ພາບປະກອບ) ຮ່າງບັນດາເອກະສານລວມມີ: ຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ຢູ່ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ; ຮ່າງບົດລາຍງານຕີລາຄາໝາກຜົນແຫ່ງການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2011-2020. ການເຄື່ອນໄຫວຮັບເອົາການປະກອບຄຳເຫັນຂອງປະຊາຊົນໃສ່ບັນດາຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມຊຶ່ງແກ່ຍາວແຕ່ວັນທີ 15/9 ຫາວັນທີ 31/10/2015.
TAG
vovworld/ພັກກອມມູນິດ
Related
More








