ປະຊາຄົມໂລກຄັດຄ້ານ ແລະ ເພີ່ມທະວີມາດຕະການຮັບມືກັບເລື່ອງສປປເກົາຫລີ ທົດລອງລູກລະເບີດອຸນຫະພູມນິວເຄຼຍ
07/09/2017 09:59
(VOVWORLD) -ວັນທີ 3 ກັນຍາ, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຢ່າງແຮງ ແລະ ບັນດາການກະທຳດ້ານການທະຫານຈາກ ອາເມລິກາ ແລະ ບັນດາປະເທດໃນພາກພື້ນ, ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫລີ (ສປປ ເກົາຫລີ) ສືບຕໍ່ສະແດງໃຫ້ເຫັນແຫລ່ງກຳລັງດ້ານນິວເຄຼຍຂອງປະເທດນີ້ ດ້ວຍການທົດລອງ ລູກລະເບີດອຸນຫະພູມນິວເຄຼຍ(ຫລືເອີ້ນວ່າລູກລະເບີດ hydro (H) ໃຕ້ດິນ. ນີ້ແມ່ນການທົດລອງນິວເຄຼຍ ຄັ້ງທີ 6 ຂອງ ສປປ ເກົາຫລີ ນັບແຕ່ກອ່ນມາຮອດປະຈຸບັນ ແລະ ແມ່ນການກະທຳອັນຕະລາຍ, ຍູ້ສະພາບການຢູ່ແຫລມເກົາຫລີຂຶ້ນສູ່ລະດັບເຄັ່ງຕຶງໃຫມ່.

ເຫດລະເບີດນິວເຄຼຍ ນີ້ແມ່ນຄັ້ງທີ 2 ທີ່ ສປປ ເກົາຫລີ ຖະແຫລງຢ່າງເປີດເຜີຍຕໍ່ຫາງສຽງເລື່ອງດຳເນີນການທົດລອງລູກລະເບີດອຸນຫະພູມນິວເຄຼຍສຳເລັດຜົນ. ກ່ອນຫນ້ານັ້ນ ວັນທີ 6 ມັງກອນປີ 2016, ສປປ ເກົາຫລີ ໃຫ້ຮູ້ວ່າ ໄດ້ທົດລອງລູກລະເບີດອຸນຫະພູມນິວເຄຼຍ ສຳເລັດຜົນ ກ່ອນທີ່ດຳເນີນພິທີລະນຶກວັນເກີດຂອງ ການນຳ Kim Jong Un. ຕາມພຽງຢາງແລ້ວ, ເຫດທົດລອງລູກລະເບີດອຸນຫະພູມນິວເຄຼຍ ແມ່ນເພື່ອແນໃສ່ປົກປັກຮັກສາປະເທດນີ້ໃຫ້ຫລຸດພົ້ນອອກຈາກໄພນາບຂູ່ ອາເມລິກາ ແລະ ດ້ວຍການທົດລອງລູກລະເບີດອຸນຫະພູມນິວເຄຼຍຄັ້ງປະຫວັດສາດ ສຳເລັດຜົນ, ສປປ ເກົາຫລີ ໄດ້ເຂົ້າຮ່ວມຖັນແຖວບັນດາປະເທດມີນິວເຄຼຍ ພັດທະນາ. ເຖິງຢ່າງໃດກໍຕາມ, ຈຸດເວລານັ້ນ ອົງການສືບລາຊະການລັບ ສເກົາຫລີ ພັດຖືວ່າ: ອຸປະກອນ ຊື່ງ ສປປ ເກົາຫລີ ທົດລອງເມື່ອວັນທີ 6 ມັງກອນ ອາດຈະບໍ່ແມ່ນລູກລະເບີດອຸນຫະພູມນິວເຄຼຍ ພາຍຫລັງ ອົງການອຸຕຸນິຍົມອຸທົກກະສາດ ສເກົາຫລີ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ພົບເຫັນບໍ່ວ່າສັນຍານກຳມັນຕະພາບລັງສີໃດ.
TAG
VOV/VOVworld/ມາດຕະການຢ່າງແຮງ
Related








