VOV WorldVOV World
ປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ ແລະ ອາເມລິກາ ໃນສົງຄາມຢູ່ ຊີຣີ
22/06/2017 09:18
(VOVWORLD) -ສອງສາມມື້ ພາຍຫລັງ ອາເມລິກາ ຍິງເຮືອບິນສູ້ຮົບລຳຫນຶ່ງຂອງທະຫານ ລັດຖະບານ ຊີຣີ ຕົກ, ວັນທີ 20 ມິຖຸນາ, ກຳລັງທະຫານປະສົມສາກົນ ຕ້ານອົງການລັດອິດສະລາມ (IS) ໂດຍ ອາເມລິກາ ນຳຫນ້າ ສືບຕໍ່ຍິງເຮືອບິນທີ່ບໍ່ມີຄົນຂັບລຳຫນຶ່ງຂອງກຳລັງສະຫນັບສະຫນູນ ລັດຖະບານ ຊີຣີ ຕົກ. ບັນດາເຫດບຸກໂຈມຕີນີ້ ໄດ້ ແລະ ພວມເຮັດໃຫ້ສະພາບການຢູ່ ຊີຣີ ມີບັນດາການຜັນແປໃຫມ່ທີ່ສັບສົນທີ່ສຸດ. ບົດຂຽນຂອງນັກຂ່າວ ແອງຮ່ວຽນ ທີ່ມີຫົວຂໍ້ວ່າ: ປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ ແລະ ອາເມລິກາ ໃນສົງຄາມຢູ່ ຊີຣີ
ປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ ແລະ ອາເມລິກາ ໃນສົງຄາມຢູ່ ຊີຣີ
 ເຮືອບິນສູ້ຮົບຂອງອາເມລິກາ ເຮືອບິນສູ້ຮົບຂອງ ຊີຣີ ຖືກຍິງຕົກຍ້ອນບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນຂອງກຳລັງຝ່າຍຄ້ານໂດຍ ອາເມລິກາ ຫນູນຫລັງ.  ນີ້ແມ່ນສາຍເຫດຝ່າຍ ອາເມລິກາ ຍົກອອກມາ. ໃນຂະນະນັ້ນ ຊີຣີ ຖະແຫລງວ່າ ເຮືອບິນສູ້ຮົບຂອງຕົນພວມປະຕິບັດຫນ້າທີ່ບຸກໂຈມຕີກຳລັງ  IS. ການຖົກຖຽງກັນບໍໍ່ອາດມີໝາກມີຜົນ ຍ້ອນວ່າ ແຕ່ກອ່ນມາຮອດປະຈຸບັນ ການປະທະກັນ ຍາມໃດກໍ່ມີການຄອບງຳຈາກບັນດາຝ່າຍທີ່ກ່ຽວຂ້ອງ, ນຳຫນ້າ ແມ່ນ ລັດເຊຍ ແລະ ອາເມລິກາ ເມື່ອທັງສອງປະເທດມະຫາອຳນາດນີ້ ລ້ວນແຕ່ຍົກອອກບັນດາຄຳຖະແຫລງແຂງກະດ້າງທີ່ສຸດ.
TAG
VOV/VOVworld/ສັນຕິພາບ