ປະທານາທິບໍດີ ອາເມລິກາ ຢ້ຽມຢາມຫວຽດນາມ: ການຢ້ຽມຢາມມີຄວາມໝາຍຫລາຍຢ່າງ
11/11/2017 09:20
(VOVWORLD) - ວັນທີ 11 ພະຈິກ, ປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນເວລາ 2 ວັນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳ APEC. ການຢ້ຽມຢາມເປັນການພິສູດເພື່ອຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ, ນະໂຍບາຍຍາວນານ ແລະ ສະເຫມີຕົ້ນສະເຫມີປາຍຂອງ ອາເມລິກາ ກ່ຽວກັບການປັບປຸງການພົວພັນກັບຫວຽດນາມ, ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກວ່າ ເໝາະສົມກັບທ່າອ່ຽງລວມໃນປະຈຸບັນ.

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ການຢ້ຽມຢາມ ເຖິງວ່າ ພຽງແຕ່ດຳເນີນໄປໃນໄລຍະສັ້ນໆກໍຕາມ ແຕ່ພັດມີຄວາມໝາຍພິເສດທີ່ສຸດ. ເພາະວ່າ ນີ້ເປັນຄັ້ງທຳອິດ ທີ່ປະທານາທິບໍດີ ອາເມລິກາ ມາຢ້ຽມຢາມຫວຽດນາມ ໃນປີທຳອິດຂອງອາຍຸການ. ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ທຳອິດໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບການພົວພັນລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງແມ່ນສານກ່ຽວກັບນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນ ອາຊີ ປາຊີຟິກອີກດ້ວຍ.
TAG
VOV/VOVworld/ການພົວພັນຮ່ວມມື
Related








