ປະທານາທິບໍດີ B.Obama ສ້າງຂີດໝາຍ ໃນໄລຍະທາງສຸດທ້າຍຂອງອາຍຸການປະທານາທິບໍດີ
16/09/2015 10:56
ສິ່ງທີ່ກີດຂວາງຢ່າງໃຫຍ່ຫຼວງສຳລັບສັນຍານິວເຄຼຍທີ່ໄດ້ຮັບການລົງນາມລະຫວ່າງອີຣານກັບກຸ່ມ P5+1 , ສຸດທ້າຍກໍຖືກຍົກເລີກເມື່ອບໍ່ດົນມານີ້.

ສິ່ງທີ່ກີດຂວາງຢ່າງໃຫຍ່ຫຼວງສຳລັບສັນຍານິວເຄຼຍທີ່ໄດ້ຮັບການລົງນາມລະຫວ່າງອີຣານກັບກຸ່ມ P5+1 , ສຸດທ້າຍກໍຖືກຍົກເລີກເມື່ອບໍ່ດົນມານີ້. ປະທານາທິບໍດີອາເມລິກາ Barak Obama ໄດ້ຮັບການສະໜັບສະໜູນໂດຍຈຳເປັນຈາກບັນດາສະມາຊິກສະພາແຫ່ງຊາດສັງກັດພັກສາທາລະນະຝ່າຍຄ້ານ. ດ້ວຍໄຊຊະນະນີ້, ປະທານາທິບໍດີອາເມລິກາ Barak Obama ໄດ້ສ້າງຂີດໝາຍຕື່ມອີກກ່ຽວກັບຜົນສຳເລັດໃນອາຍຸການທີ 2 ຂອງຕົນ, ໃນເບື້ອງຕົ້ນ ໄດ້ສ້າງພື້ນຖານໃຫ້ແກ່ຜູ້ສືບທອດຕຳແໜ່ງ ປະທານາທິບໍດີອາເມລິກາ ດ້ວຍບັນດານະໂຍບາຍໄລຍະຍາວ. ປະທານາທິບໍດີອາເມລິກາ Barak Obama ບໍ່ຮອດ 16 ເດືອນອີກ, ປະທານາທິບໍດີອາເມລິກາ Barak Obama ຈະອອກຈາກທຳນຽບຂາວຢ່າງເປັນທາງການ, ຊຶ່ງເປັນສິ້ນສຸດພາລະກຳ 8 ປີລວມ 2 ອາຍຸການເປັນປະທານາທິບໍດີທີ່ເຕັມໄປດ້ວຍຄວາມລຳບາກ ແລະ ທົດສອບຫຼາຍປະການ. ຂີດໝາຍແຫ່ງຜົນສຳເລັດດີທີ່ສຸດຊຶ່ງ ປະທານາທິບໍດີອາເມລິກາ Barak Obama ບັນລຸມາໄດ້, ນັ້ນແມ່ນການຟື້ນຟູເສດຖະກິດ, ພ້ອມທັງຮັກສາທີ່ຕັ້ງບົດບາດເປັນການນຳຂອງປະເທດມະຫາອຳນາດອັນດັບໜຶ່ງໃນໂລກ.
TAG
vovworld/ປະທານາທິບໍດີ/ອາຍຸການ
Related
More








