VOV WorldVOV World
ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່
17/11/2017 07:53
(VOVWORLD) -ຫວຽດນາມ ແມ່ນປະເທດມີຫຼາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ປະຊາຊົນບັນດາເຜົ່າສ່ວນໜ້ອຍສ່ວນຫຼາຍໄດ້ດຳລົງຊີວິດຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ທະເລໝູ່ເກາະ, ບ່ອນມີທີ່ຕັ້ງຍຸດທະສາດທັງດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ແລະ ການພົວພັນແລກປ່ຽນສາກົນ.
ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່
ພາບປະກອບ  ຍ້ອນເຫດນັ້ນ, ການແກ້ໄຂບັນຫາຊົນເຜົ່າໃຫ້ປະກົດຜົນສຳເລັດນັ້ນແມ່ນການປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຍາມໃດກໍ່ແມ່ນບັນຫາຍຸດທະສາດຂອງພັກ, ລັດ ຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ (18/11/1930 -18/11/2017), ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ມີບົດຂຽນ “ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່”.
TAG
VOV/VOVworld/ມ​ະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ