PCA - ພື້ນຖານສຳຄັນໃນການຮ່ວມມື ຫວຽດນາມ - ອີຢູ
16/12/2020 09:23
(VOVWORLD) - ວັນທີ 15 ທັນວາ, ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ກ່ຽວກັບການຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ (PCA) ແລະ ບັນດາປະເທດສະມາຊິກ ໄດ້ດຳເນີນຢູ່ຮ່າໂນ້ຍ.

ກອງປະຊຸມດຳເນີນ ໄປ ໃນໂອກາດ 2 ຝ່າຍສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຢູ (28/11/1990 – 28/11/2020) ແລະ ພາຍຫລັງສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນສັກສິດມາເປັນເວລາ 4 ເດືອນ, ແນໃສ່ສືບຕໍ່ນຳການພົວພັນຫວຽດນາມ - ອີຢູ ເຂົ້າສູ່ການຮ່ວມມືຢ່າງມີປະສິດທິຜົນກ່ວາໃນໄລຍະຈະມາເຖິງ. ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ ສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອີຢູ (PCA) ມີຜົນສັກສິດມາແຕ່ວັນທີ 01 ຕຸລາ 2016 . ຂອບເຂດຂອງ PCA ບໍ່ພຽງແຕ່ຢູ່ໃນຂົງເຂດການຄ້າ ແລະ ການຮ່ວມມືເສດຖະກິດເທົ່ານັ້ນ ຫາກຍັງເປີດກ້ວາງໄປສູ່ຂົງເຂດສິ່ງແວດລ້ອມ, ພະລັງງານ, ເຕັກໂນໂລຊີ, ການບໍລິຫານສາທາລະນະ, ການທ່ອງທ່ຽວ, ວັດທະນະທຳ, ອົບພະຍົບ, ຄວາມໝັ້ນຄົງ, ຕ້ານການສໍ້ລາດບັງຫລວງ ແລະ ອາດຊະຍາກຳທີ່ມີການຈັດຕັ້ງອີກດ້ວຍຢ່າງມີປະສິດທິຜົນ. ພາຍຫລັງໄດ້ຮັບການຜັນຂະຫຍາຍປະຕິບັດມາເປັນເວລາກ່ວາ 4 ປີ, ຕາມສະພາບຕົວຈິງແລ້ວ PCA ໄດ້ສ້າງບາດກ້າວບຸກທະລຸໃນການພົວພັນລະຫວ່າງ 2 ຝ່າຍ, ສະແດງໃຫ້ເຫັນການພົວພັນເໝາະສົມກັບທ່າອ່ຽງຂອງຍຸກທັນສະໄໝ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
TAG
VOV/VOVworld/PCA/ການຮ່ວມມື/ອີຢູ
Related








