VOV WorldVOV World
ພາຍຸລົມແດງພັດເກີດຂຶ້ນຢູ່ເຂດທະເລພາກພື້ນອາຊີຕາເວັນອອກສ່ຽງເໜືອ
24/07/2015 12:43
ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​ຍີ​ປຸ່ນ​ ຫາ​ກໍ​ປະ​ກາດ​ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ປີ 2015 ຊຶ່ງ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປະ​ເທດນີ້​ໃນ​ສະ​ພາ​ວະ​ທີ່​ສະ​ພາບ​ແວ​ດ​ລ້ອມ​ດ້ານ​ຄວາມ​ສະ​ຫງົບ​ຢູ່​ຍີ​ປຸ່ນ​ພວມ​ຊົ່ວ​ຮ້າຍ​ລົງ
ພາຍຸລົມແດງພັດເກີດຂຶ້ນຢູ່ເຂດທະເລພາກພື້ນອາຊີຕາເວັນອອກສ່ຽງເໜືອ
ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​ຍີ​ປຸ່ນ​ ຫາ​ກໍ​ປະ​ກາດ​ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ປີ 2015 ຊຶ່ງ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປະ​ເທດນີ້​ໃນ​ສະ​ພາ​ວະ​ທີ່​ສະ​ພາບ​ແວ​ດ​ລ້ອມ​ດ້ານ​ຄວາມ​ສະ​ຫງົບ​ຢູ່​ຍີ​ປຸ່ນ​ພວມ​ຊົ່ວ​ຮ້າຍ​ລົງ. ເປັນ​ໜ້າ​ສົ​ນ​ໃຈ, ປຶ້ມ​ປົກ​ຂາວໄດ້​ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ຖົມ​ດິນ​ເປັນ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄ​ື​ບັນ​ດາ​ໂຄງ​ການກໍ່​ສ້າງ​ຮາກ​ຖານ​ສຳຫຼວດ​ຊອກ​ຫາ​ນ້ຳ​ມັນ​ອາຍ​ແກັ​ສ​ຢູ່​ທະ​ເລ​ຮ່​ວາ​ຕຸງ ແລະ ຖື​ວ່ານີ້​ເປັນ​ໄພ​ນາບ​ຂູ່ຕໍ່​ຄວາມ​ສະ​ຫງົບ​ໃນ​ທົ່ວ​ພາກ​ພື້ນ. ໃນ​ທັນ​ທີ່,  ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດຂອງ​ໂຕ​ກຽວ​ໄດ້​ປະ​ສົບ​ກັບ​ການ​ປະ​ຕິ​ກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ຈາກ​ປັກ​ກິງ. ບັນ​ຍາ​ກາດ​ທີ່​ເຄັ່ງ​ຕຶງ​ພັດ​ປົກ​ຄຸມ​ໄປ​ທົ່ວ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອພາຍຫຼັງ​ເຫດ​ການນີ້.   ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ລົງ​ກວດ​ກາ​ກຳ​ລັງ​ປ້ອງ​ກັນ​ຕົວ       ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດຂອງ​ຍີ​ປຸ່ນ​ແມ່ນ​ເອ​ກະ​ສານ​ອອກປະ​ຈຳ​ປີ, ໃນ​ນັ້ນ​ລວມ​ມີ​ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄ​ື່ອນ​ໄຫວ, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຂອງ​ຍີ​ປຸ່ນ, ສະ​ພາບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ພ້​ອມ​ກັບ​ບັນ​ດາ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ດ້ານ​ຄວ​າມ​ສະ​ຫງົບ​ຂອງ​ຍີ​ປຸ່ນ, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດຂອງ​ຍີ​ປຸ່ນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
TAG
vovworld/ການ​ຂັດ​ແຍ້ງ/ທະ​ເລ

More