VOV WorldVOV World
ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ
19/10/2020 09:08
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 18-20 ຕຸລາ. ວັນທີ 19 ຕຸລາ, ໄດ້ດຳເນີນບັນດາເຫດການຈຸດສຸມຂອງການຢ້ຽມຢາມຄື: ການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທີການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ນາຍົກລັດຖະມົນຕີສອງທ່ານກໍ່ ແລກປ່ຽນບັນດາເອກະສານຮ່ວມມືຕ່າງໆ. ການຢ້ຽມຢາມໄດ້ປະກອບສ່ວນພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກ້ວາງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນໃຫ້ດີກ່ວາອີກ.
ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ  ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາທີ່ພິທີຕ້ອນຮັບ (ພາບ:  VGP/Quang Hiếu)      ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນທາງການທູດກ່ອນນີ້ 47 ປີ. ປະຈຸບັນ, ການພົວພັນລະຫວ່າງສອງປະເທດ ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການປັບປຸງ. ການຮ່ວມມືດ້ານເສດຖະກິດຢ່າງສະໜິດແໜ້ນ, ການພົບປະແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການພັດທະນາ.
TAG
VOV/VOVworld/ປຸ່ນ/ຊາ​ກຸ​ຣາ/ທຶນ ODA/ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide