VOV WorldVOV World
ພັດທະນາເຂດເສດຖະກິດຈຸດສຸມພາກກາງ
01/08/2016 10:20
ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ​ທີ່​ລັດ​ຖະບານ​ໄດ້​ຕົກ​ລົງ​ສ້າງ​ຕັ້ງສະ​ພາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ໃນ​ປີ 2015, ການ​ນຳ 5 ແຂວງ ແລະ ນະ​ຄອນ​ພາກ​ກາງ​ໄດ້​ໂຮມ​ປະ​ຊຸມ​ເມື່ອ​ວັນ​ທີ 29/7/2016 ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ການ​ພັດ​ທະ​ນາ​ເຂດ
ພັດທະນາເຂດເສດຖະກິດຈຸດສຸມພາກກາງ
ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ​ທີ່​ລັດ​ຖະບານ​ໄດ້​ຕົກ​ລົງ​ສ້າງ​ຕັ້ງສະ​ພາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ໃນ​ປີ 2015, ການ​ນຳ 5 ແຂວງ ແລະ ນະ​ຄອນ​ຄື : ເທື່ອ​ທຽນ​ເຫ້ວ, ກວາງ​ນາມ, ກວາງ​ງ້າຍ, ບີງດິ້ງ ແລະ ນະ​ຄອນ​ດານັ້ງ​ໄດ້​ໂຮມ​ປະ​ຊຸມ​ເມື່ອ​ວັນ​ທີ 29/7/2016 ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ການ​ພັດ​ທະ​ນາ​ເຂດ. ບັນ​ຫາ​ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ເຂດ ແລະ ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຕ່າງ​ຫາກ​ເພື່ອ​ສ້າງ​ກຳ​ລັງ​ຫນູນພັດ​ທະ​ນາ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ ໂດຍ​ບັນ​ດາ​ທ້ອງ​ຖິ່ນ​ໄດ້​ຍົກ​ອອກ​ມາ. ການ​ນຳ 5 ແຂວງ ແລະ ນະ​ຄອນ​ພາກ​ກາງ​ໄດ້​ໂຮມ​ປະ​ຊຸມ​ເມື່ອ​ວັນ​ທີ 29/7/2016 ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ການ​ພັດ​ທະ​ນາ​ເຂດ       ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງໂດຍ​ແມ່ນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2008 ຊຶ່ງ​ລວມ​ມີ 5 ແຂວງ ແລະ ນະ​ຄອນ​ເຊັ່ນ: ເທື່ອ​ທຽນ​ເຫ້ວ, ກວາງ​ນາມ, ກວາງ​ງ້າຍ, ບີງດິ້ງ ແລະ ນະ​ຄອນ​ດານັ້ງ​. ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ນີ້ ມີ 4 ເຂດ​ເສດ​ຖະ​ກິດ​ແກ່ນ​ສານ​ເຊັ່ນ: ເຈີນ​ໄມ - ລັງ​ໂກ, ຈູ​ລາຍ, ຢຸງ​ກ໋ວດ ແລະ ເຍີ​ນ​ໂຫ້ຍ ພ້ອມ​ກັບ 7 ກຸ່ມ​ຕົວ​ເມືອງ​ໃຫຍ່ ເຊັ່ນ ເຫ້ວ, ດານັ້ງ, ໂຫ້ຍ​ອານ, ຕາມ​ກີ, ຫວ້ານ​ເຕືອງ, ກວ​າງ​ງ້າຍ ແລະ ກີ​ເຍີນ. ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 8 ປີ, ລະ​ດັບ​ການ​ເຕີບ​ໂຕ GDP ສະ​ເລ່ຍ​ຂອງ​ທັງເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ບັນ​ລຸ 9,4%, ສູງກວ່າ​ລະ​ດັບ​ເຕີບ​ໂຕ​ທົ່ວ​ປະ​ເທດ 5,9 % , ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເຂດຫັນ​ປ່ຽນ​ຢ່າງ​ແຂງ​ແຮງຕາ​ມ​ທິດ​ການ​ບໍ​ລິ​ການ​ອຸດ​ສາ​ຫະ​ກຳ, ກໍ່​ສ້າງ ແລະ ອຸດ​ສາ​ຫະ​ກຳ. ຄວາມ​ສາ​ມາດ​ແກ່ງແຍ້ງ​ຂອງ​ເຂດ​ໄດ້​ຮັບ​ການ​ປົວ​ແປງຫຼາຍ​ພໍ​ສົມ​ຄວນ.     
TAG
vovworld/ເຂດ​ເສດ​ຖະ​ກິດ

More