VOV WorldVOV World
ພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ
29/06/2016 12:07
ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດພວມ​ສົ່ງ​ຜົນ​ກະ​ທົບທີ່ບໍ່​ດີ​ເຖິງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມຊຶ່ງ​ແມ່ນ​ເຂດ​ປະ​ກອບ​ສ່ວນ​ເຖິງ 15% ຍອດ GDP ຂອງ​ທົ່ວ​ປະ​ເທດ
ພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ
ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດພວມ​ສົ່ງ​ຜົນ​ກະ​ທົບທີ່ບໍ່​ດີ​ເຖິງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມຊຶ່ງ​ແມ່ນ​ເຂດ​ປະ​ກອບ​ສ່ວນ​ເຖິງ 15% ຍອດ GDP ຂອງ​ທົ່ວ​ປະ​ເທດ. ເວ​ທີ​ປາ​ໄສ “ ເພື່ອ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ວັດ​ທະ​ນາ​ຖາ​ວອນ ແລະ ແທດ​ເໝາະ​ກັບ​ດິນ​ຟ້າ​ອາ​ກາດ ”, ໃນ​ມໍ່ໆ​ມານີ້, ໄດ້​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ສາ​ກົນ​ຈົ່ງ​ຊ່ວຍ​ເຫຼືອ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຂອງ​ສະ​ພາບ​ນ້ຳ​ທະ​ເລ​ຂຶ້ນ​ສູງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພ້ອມ​ກັນ​ນັ້ນ, ກໍ​ພວມ​ຈັດ​ຕັ້ງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ.   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ່​ປາ​ໄສເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມປີ 2016         ເວ​ທີ​ປາ​ໄສ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມປີ 2016 ໂດຍ​ທະ​ນາ​ຄານ​ໂລກ WB ສົມ​ທົບ​ກັບ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຈັດ​ຂຶ້ນ​ໃນ​ວັນ​ທີ 27/6 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ບັນ​ດາ​ບົດ​ລາຍ​ງານ, ຄົ້​ນ​ຄ້​ວາ​ໄດ້​ຖືກ​ຍົກ​ອອກ​ມາທີ່ເວ​ທີ​ປາ​ໄສຕ່າງ​ກໍ​ຖື​ວ່າ ເພື່ອ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ເວົ້າ​ລວມ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ພາກ​ພື້ນ​ເວົ້າ​ສະ​ເພາະ. ແຫ່ງນີ້​ແມ່ນ​ເຂດ​ຜະ​ລິດ​ກະ​ສີ​ກຳ, ສິນ​ໃນ​ນ້ຳ​ເປັນ​ສິນ​ຄ້າໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ, ປະ​ກອບ​ສ່ວ​ນ 41% ມູນ​ຄ່າ​ການ​ຜະ​ລິດ​ກະ​ສີ​ກຳ, ເກືອບ 70% ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ, 90% ປະ​ລີມານເຂົ້າ​ສານ​ສົ່ງ​ອອກ, ສະ​ໜອງ 1/5 ປະ​ລີ​ມານ​ການ​ຜະ​ລິດ​ເຂົ້າ​ສານ​ເປັນ​ສິນ​ຄ້າ​ທົ່ວ​ໂລກ.     
TAG
vovworld/ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

More