VOV WorldVOV World
ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ
06/04/2022 10:35
(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມທາງໄກທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ເດືອນມີນາ ແລະ ໄຕມາດທີ I ປີ 2022, ເຊິ່ງໄດ້ຈັດຂຶ້ນໃນວັນທີ 5 ເມສາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນສະພາບການຂອງໂລກກະທົບໃສ່, ມີຄວາມຫຍຸ້ງຍາກພາຍໃນ ແລະ ອາດຈະມີຄວາມຫຍຸ້ງຍາກທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນຕັດສິນໃຈສູງກ່ວາອີກ, ຄັດເລືອກຈຸດສຸມ ເພື່ອຊີ້ນຳ, ບໍລິຫານ… ປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ ສັງຄົມຢ່າງມີປະສິດທິຜົນ.
ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ເຢືອງຢາງ)
TAG
VOV/VOVworld/​ເສດ​ຖະ​ກິດ​ສັງ​ຄົມ

More