ຜັນຂະຫຍາຍນະໂຍບາຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຢ່າງຄົບຊຸດ, ຮອບດ້ານ
26/07/2017 07:26
(VOVWORLD) - ວັນທີ 27 ກໍລະກົດ 2017, ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງລະດັບຊາດ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຫດການແນໃສ່ເຊີດຊູບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອຄວາມເອກະລາດ, ເສລີພາບຂອງຊາດ

70 ປີຜ່ານມາ (1947 - 2017) ວຽກງານທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ບັນລຸໄດ້ບັນດາຜົນງານສຳຄັນ. ຫວຽດນາມ ສ້າງໄດ້ລະບົບນະໂຍບາຍ, ລະບອບບຸລິມະສິດເປັນເອກະພາບ, ພັດທະນາຂະບວນການຕອບບຸນແທນຄຸນຢ່າງເລິກເຊິ່ງກ້ວາງຂວາງ, ປະກອບສ່ວນຢັ້ງຢືນການຕອບບຸນແທນຄຸນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສຳລັບຜູ້ທີ່ໄດ້ອຸທິດສ່ວນ ເພື່ອຄວາມເອກະລາດ, ເສລີພາບ ແລະ ເອກະພາບຂອງປະເທດ. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ມອບຂອບຂວັນໃຫ້ແມ່ ຫວຽດນາມ ວິລະຊົນ ໄລຮອດປີ 2017, ຫວຽດນາມ ຢັ້ງຢືນມີຜູ້ມີຄຸນງາມຄວາມດີກ່ວາ 9 ລ້ານເທື່ອຄົນ ລວມມີ: ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກວິລະຊົນແຮງງານ, ທະຫານເສຍອົງຄະ ແລະ ຜູ້ທີ່ໄດ້ຮັບນະໂຍບາຍຄືທະຫານເສຍອົງຄະ; ຜູ້ທີ່ເຄື່ອນໄຫວໃນການຕໍ່ຕ້ານ ແລະ ລູກຄີງຂອງເຂົາເຈົ້າຖືກຕິດທາດພິດເຄມີ; ຜູ້ທີ່ເຄື່ອນໄຫວປະຕິວັດ, ເຄື່ອນໄຫວຕໍ່ສູ້ທີ່ຖືກສັດຕູຈັບຂັງ.
TAG
VOV/VOVworld/ທະຫານເສຍອົງຄະ/ວິລະຊົນ/ນັກຮົບ
Related








