VOV WorldVOV World
ຜົນຕາມມາຈາກຄວາມເຄັ່ງຕຶງຂອງການພົວພັນລະຫວ່າງ ອາເມລິກາ ແລະ ຈີນ
29/07/2020 08:50
(VOVWORLD) - ໃນຂົງເຂດເຕັກໂນໂລຊີ, ບັນດາບໍລິສັດເຕັກໂນໂລຊີ ອາເມລິກາ ມີຄວາມສ່ຽງກ່ຽວກັບລະດັບລາຍຮັບສູງ ຍ້ອນຂຶ້ນກັບບັນດາໂຮງຈັກໂຮງງານຂອງ ຈີນ ໃນການປະກອບໂທລະສັບສະມາດໂຟນ, ເຄື່ອງຄອມພິວເຕີ ແລະ ບັນດາເຄື່ອງອຸປະກອນເອເລັກໂຕນິກຊົມໃຊ້ຕ່າງໆອື່ນໆ.
ຜົນຕາມມາຈາກຄວາມເຄັ່ງຕຶງຂອງການພົວພັນລະຫວ່າງ ອາເມລິກາ ແລະ ຈີນ
         ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ພວມຕົກເຂົ້າສູ່ລະດັບຕ່ຳສຸດ ນັບແຕ່ ທ່ານປະທານາທິບໍດີ ອາເມລິກາ Richard Nixon ມຸ່ງໄປເຖິງການພົວພັນເປັນປົກກະຕິກັບ ຈີນ ໃນປີ 1972. ເລື່ອງ 2 ປະເທດມະຫາອຳນາດມີບັນດາການກະທຳໂຕ້ຕອບກັນ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ການພົວພັນ 2 ຝ່າຍເທົ່ານັ້ນ ຫາກຍັງມີການກະທົບຢ່າງຫຍໍ້ທໍ້ເຖິງບັນດາຂົງເຂດສຳຄັນໃນທົ່ວໂລກອີກດ້ວຍ ພິເສດແມ່ນດ້ານເສດຖະກິດ, ການຄ້າ.  (ພາບປະກອບ/AP)         ໂດຍຖັດຈາກການຈຳກັດກ່ຽວກັບການອອກວີຊາ, ຂໍ້ກຳນົດໃໝ່ກ່ຽວກັບການເດີນທາງທາງການທູດ ແລະ ການເນລະເທດນັກຂ່າວນັ້ນ, ເລື່ອງ ຈີນ ປິດປະຕູສະຖານກົງສູນຢູ່ Houston ຕາມຄຳຮຽກຮ້ອງຂອງ ອາເມລິກາ ກໍ່ຄືເລື່ອງ ອາເມລິກາ ປິດປະຕູສະຖານກົງສູນຢູ່  ເຈີ໊ງຕູ ຕາມຄຳຮຽກຮ້ອງຂອງ ຈີນ ໄດ້ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ.
TAG
VOV/VOVworld/ຜົນຕາມມາ/ຄວາມເຄັ່ງຕຶງ/ອາເມລິກາ/ຈີນ

More