VOV WorldVOV World
ຜົນກະທົບຈາກໝາກຜົນແຫ່ງການເລືອກຕັ້ງ ເຢຍລະມັນ ເຖິງ ອີຢູ
26/09/2017 08:57
(VOVWORLD) - ພັກສຳພັນທະມິດປະຊາທິປະໄຕສາສະໜາຄຼິດ (CDU) ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ພັກພັນທະມິດສັງຄົມສາສະໜາຄຼິດ (CSU) ຍາດໄດ້ຊະນະໃນການເລືອກຕັ້ງສະພາແຫ່ງຊາດ ເຢຍລະມັນ ໃນວັນທີ 24 ກັນຍາ ດ້ວຍບັດສະໜັບສະໜູນ 33%.
ຜົນກະທົບຈາກໝາກຜົນແຫ່ງການເລືອກຕັ້ງ ເຢຍລະມັນ ເຖິງ ອີຢູ
ສິ່ງດັ່ງກ່າວມີຄວາມໝາຍວ່າ ທ່ານນາງ Merkel ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ເຢຍລະມັນ ອາຍຸການທີ 4. ໝາກຜົນດັ່ງກ່າວ ບໍ່ພຽງແຕ່ສຳຄັນສຳລັບປະເທດ ເຢຍລະມັນ ເທົ່ານັ້ນ ຫາກຍັງມີຄວາມໝາຍກົງກັບເລື່ອງສະຫະພາບ ເອີຣົບ (ອີຢູ) ຈະເຊື່ອມຈອດຫລາຍກ່ວາ ກ່ຽວກັບເສດຖະກິດ ແລະ ການເມືອງ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (AFP/TTXVN)          ເຢຍລະມັນ ແມ່ນປະເທດມີພົນລະເມືອງຫລາຍ ແລະ ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນ ອີຢູ, ມີຜົນກະທົບອັນໃຫຍ່ຫລວງຕໍ່ລັດຖະນະໂຍບາຍການພັດທະນາຂອງກຸ່ມ ອີຢູ. ສິ່ງສະດວກໃຫ້ແກ່ ອີຢູ ນັ້ນແມ່ນແນວຄິດຫຼັກແຫຼ່ງຂອງທ່ານນາງ Angela Merkel, ຜູ້ນຳໜ້າປະເທດ ເຢຍລະມັນ, ແມ່ນສະໜັບສະໜູນການເຊື່ອມຈອດຂອງສະຫະພາບ ເອີຣົບ.
TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/ເຢັຍ​ລະ​ມັນ