VOV WorldVOV World
ຜົນງານຈາກການຊີ້ນຳຢ່າງຖືກທິດ, ການບໍລິຫານຢ່າງມີໄຫວພິບ
19/10/2018 08:06
(VOVWORLD) - ໃກ້ຈະໝົດປີ 2018. ຮອດຈຸດເວລານີ້, ບັນດາຜົນງານດ້ານເສດຖະກິດ - ສັງຄົມທີ່ບັນລຸໄດ້ໃນ 9 ເດືອນຜ່ານມາພວມສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ບັນດາການນຳ. ຍ້ອນໝາກຜົນທີ່ບັນລຸໄດ້ນັ້ນ, ໄດ້ສະແດງໃຫ້ເຫັນສະພາບການຂອງປະເທດຊາດໃນບັນດາຂົງເຂດໄດ້ພັດທະນາຖືກທິດ.
ຜົນງານຈາກການຊີ້ນຳຢ່າງຖືກທິດ, ການບໍລິຫານຢ່າງມີໄຫວພິບ
ນີ້ກໍ່ແມ່ນກຳລັງກະຕຸກຊຸກຍູ້ເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດໜ້າທີ່ພັດທະນາຂອງທັງປີ 2018, ແມ່ນປະຖົມປັດໄຈສະດວກໃຫ້ແກ່ເປົ້າໝາຍຂອງປີ 2019.         ເສດຖະກິດ ຫວຽດນາມ ໃນ 9 ເດືອນຜ່ານມາມີການເຕີບໂຕດີພໍສົມຄວນໃນບັນດາຂົງເຂດຕາມທິດພັດທະນາລົງເລິກ ແລະ ໝັ້ນຄົງ. ຂະແໜງການຜະລິດປຸງແຕ່ງສືບຕໍ່ໄດ້ຮັບການເປີດກ້ວາງ, ການຜະລິດກະສິກຳເພີ່ມຂຶ້ນສູງ, ຂະແໜງການບໍລິການເປັນປົກກະຕິ, ການໃຊ້ສອຍພາຍໃນປະເທດໄດ້ຮັບການຮັກສາເປັນຢ່າງດີ, ມີການລົງທຶນຢ່າງຫຼວງຫຼາຍຂອງບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ວິສາຫະກິດພາຍໃນປະເທດ.
TAG
VOV/VOVworld/ການ​ເຕີບ​ໂຕ/ເສດ​ຖະ​ກິດ/ການ​ລົງ​ທຶນ