ຜູ້ອອກສະໝັກເລືອກຕັ້ງເອງ:ຮັບປະກັນສິດປະຊາທິປະໄຕໃນການເລືອກຕັ້ງ
14/03/2016 08:58
ວັນທີ 13/3 ແມ່ນກຳນົດສຸດທ້າຍເພື່ອຍື່ນສຳເນົາເອກະສານອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021

ວັນທີ 13/3 ແມ່ນກຳນົດສຸດທ້າຍເພື່ອຍື່ນສຳເນົາເອກະສານອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021. ມາດຕາ 27 ໃນລັດຖະທຳມະນູນປີ 2013 ຊີ້ແຈ້ງວ່າ : “ ພົນລະເມືອງມີອາຍຸຄົບ 18 ປີ ຂຶ້ນໄປ ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ມີອາຍຸຄົບ 21 ປີ ແມ່ນມີສິດອອກສະໝັກເລືອກຕັ້ງເຂົ້າເປັນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ”. ຕາມການຕີລາຄາຂອງ ແນວໂຮມປະເທດຊາດຫວຽດນາມແລ້ວ, ຈຳນວນຜູ້ອອກສະໝັກເລືອກຕັ້ງເອງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021 ໄດ້ເພີ່ມຂຶ້ນເມື່ອທຽບໃສ່ອາຍຸການສະພາແຫ່ງຊາດຊຸດກ່ອນໆ. ນີ້ຖືກຖືວ່າ ແມ່ນປະກົດການຂອງລັກສະນະປະຊາທິປະໄຕໃນການເລືອກຕັ້ງ ຈຳນວນຜູ້ອອກສະໝັກເລືອກຕັ້ງເອງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021 ໄດ້ເພີ່ມຂຶ້ນເມື່ອທຽບໃສ່ຊຸດກ່ອນນີ້ ເວລາ 10 ໂມງເຊົ້າວັນທີ 10/3, ຊຶ່ງແມ່ນຈຸດເວລາກ່ອນກຳນົດສຸດທ້າຍ 3 ວັນເພື່ອຍື່ນສຳເນົາເອກະສານອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ, ຢູ່ສະຖານທີ່ຮັບສຳເນົາເອກະສານອອກສະໝັກເລືອກຕັ້ງຂອງຄະນະກຳມະການເລືອກຕັ້ງນະຄອນຮ່າໂນ້ຍ, ມີຫຼາຍຄົນໄດ້ມາຊອກຮູ້ ແລະ ຍື່ນສຳເນົາເອກະສານ. ບັນດານັກວິຊາການຂອງພະແນກວຽກງານພາຍໃນນະຄອນຮ່າໂນ້ຍ ກໍຄ້າງຄາກັບວຽກງານຕະຫຼອດເພື່ອແນະນຳໃຫ້ບັນດາຜູ້ມາຊອກຮູ້ກ່ຽວກັບການອອກສະໝັກເລືອກຕັ້ງ , ຂໍແບບຟອມ ແລະ ຍື່ນສຳເນົາເອກະສານ…
TAG
vovworld/ການເລືອກຕັ້ງ
Related
More








