ປີ 2014 - ປີທີ່ຂະແໜງການບິນສາກົນປະສົບກັບໂສກນາດຕະກຳ
25/12/2014 07:43
ປີ 2014 ແມ່ນປີທີ່ຂະແໜງການບິນສາກົນໄດ້ເກີດອຸບັດຕິເຫດ, ຄວາມຕິດຂັດ ຫຼາຍຄັ້ງ. ຄາດວ່າ ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ເກີດເຫດອຸບັດຕິເຫດເຮືອບິນຕົກປະມານ 30 ຄັ້ງໃນທົ່ວໂລກ
ປີ 2014 ແມ່ນປີທີ່ຂະແໜງການບິນສາກົນໄດ້ເກີດອຸບັດຕິເຫດ, ຄວາມຕິດຂັດ ຫຼາຍຄັ້ງ. ຄາດວ່າ ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ເກີດເຫດອຸບັດຕິເຫດເຮືອບິນຕົກປະມານ 30 ຄັ້ງໃນທົ່ວໂລກ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 1000 ຄົນ. ມີບັນດາອຸບັດຕິເຫດແມ່ນຍ້ອນຄວາມຕິດຂັດດ້ານເຕັກນິກ, ຍ້ອນທຳມະຊາດ, ຄວາມເລີນເລີ້, ແຕ່ກໍມີທັງໂສກນາດຕະກຳຍ້ອນມະນຸດກໍ່ຂຶ້ນໂດຍເຈດຕະນາ ຊຶ່ງປະຊາຄົມໂລກໄດ້ກ່າວປະນາມ ແລະ ເອີ້ນວ່າແມ່ນໂທດກຳ. ອຸບັດຕິເຫດເຮືອບິນທະຫານ AN – 74 TK 300 ຂອງກອງທັບອາກາດລາວຕົກ (ພາບ : KPL) ໃນປະຫວັດຄວາມເປັນມາຂອງ ຂະແໜງການບິນສາກົນນັ້ນ, ຜູ້ຄົນທັງຫຼາຍເຄີຍໄດ້ເຫັນປະຈັກຕາອຸບັດຕິເຫດເຮືອບິນຕົກຫຼາຍຄັ້ງ. ປີ 1972, ແມ່ນປີທີ່ມີຈຳນວນຜູ້ເສຍຊີວິດຫຼາຍສຸດຊຶ່ງກ່ຽວຂ້ອງເຖິງເຮືອບິນ ຄືກວ່າ 3.300 ຄົນ. ມາຮອດປະຈຸບັນ, ອຸບັດຕິເຫດເຮືອບິນຕົກຊຶ່ງຖືກຖືວ່າ ແມ່ນຮ້າຍແຮງທີ່ສຸດໃນປະຫວັດສາດຂອງຂະແໜງການບິນພົນລະເຮືອນ, ນັ້ນແມ່ນອຸບັດຕິເຫດເຮືອບິນ Boeing 747 – 200 ຂອງບໍລິສັດການບິນຍີປຸ່ນຕົກ, ຊຶ່ງໄດ້ເກີດຂຶ້ນເມື່ອວັນທີ 12/8/1985 ອັນໄດ້ເຮັດໃຫ້ຜູ້ໂດຍສານ 520 ຄົນພ້ອມດ້ວຍຈຸບິນ ແລະ ພາລະກອນຮັບໃຊ້ເຮືອບິນຖືກເສຍຊີວິດ. ແຕ່ອຸບັດຕິເຫດເຮືອບິນຕົກໄດ້ເກີດຂຶ້ນຢ່າງລຽນຕິດໃນປີ 2014 ນັບທັງໃນສາຍການບິນຢູ່ພາຍໃນປະເທດ ແລະ ສາກົນຂອງຫຼາຍປະເທດ, ອັນໄດ້ເຮັດໃຫ້ໂລກຕື່ນຕົກໃຈກ່ຽວກັບຄວາມຮ້າຍແຮງ ແລະ ຜົນເສຍຫາຍດ້ານເສດຖະກິດທີ່ຍາກຈະແກ້ໄຂໄດ້. ໂສກນາດຕະກຳເຫຼົ່່ານັ້ນ ອີກເທື່ອໜຶ່ງໄດ້ເປັນການກ່າວເຕື່ອນກ່ຽວກັບບັນຫາຄວາມປອດໄພໃນຂະແໜງການບິນ, ກໍຄືຄວາມໝັ້ນຄົງ, ປອດໄພໃນໂລກ.
TAG
vov/vovworld/ເຮືອບິນຕົກ
Related
More







