ປີ 2018 ສືບຕໍ່ສ້າງຂີດໝາຍໃນວິວັດການເຊື່ອມໂຍງຂອງ ຫວຽດນາມ
26/12/2018 09:13
(VOVWORLD) - ໃນສະພາບການພົວພັນສາກົນປີ 2018 ຖືກຜົນກະທົບຢ່າງແຮງ ຍ້ອນການດັດປັບນະໂຍບາຍຂອງບັນດາປະເທດໃຫຍ່, ເຮັດໃຫ້ເກີດບັນດາການຜັນແປຫລາຍສົ້ນຢູ່ບັນດາພາກພື້ນ, ສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບການຢູ່ແຕ່ລະປະເທດ, ໃນນັ້ນມີ ຫວຽດນາມ, ວຽກງານການພົວພັນຕ່າງປະເທດປີ 2018 ສືບຕໍ່ບັນລຸໄດ້ຜົນງານຫລາຍຢ່າງ.

ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືລ້ວນແຕ່ໄດ້ຮັບການເປີດກ້ວາງ ແລະ ເລິກເຊິ່ງກ່ວາ. ພິເສດ, ການພົວພັນຕ່າງປະເທດ 2018 ໄດ້ສະແດງໃຫ້ເຫັນບົດບາດພົ້ນເດັ່ນຂອງ ຫວຽດນາມ ສຳລັບບັນດາເຫດການທີ່ມີຂອບຂະໜາດໃຫຍ່ “ທົ່ວໂລກ”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (ພາບ: VGP) ປີ 2018, ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບ, ຫລາຍແບບ ແລະ ຫລາຍຝ່າຍ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ບັນດາບັນຫາສາກົນ, ການຕ່າງປະເທດໄດ້ສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ເສດຖະກິດປະເທດພັດທະນາ.
TAG
VOV/VOVworld/ຂີດໝາຍ/ວິວັດການເຊື່ອມໂຍງ/ຫວຽດນາມ
Related







