ສາມບຸກທະລຸຍຸດທະສາດ - ຈຸດສຸມພັດທະນາຂອງ ຫວຽດນາມ ໃນ 10 ປີ ຈະມາເຖິງ
09/11/2020 09:32
(VOVWORLD) -ຮ່າງເອກະສານສະບັບຕ່າງໆທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ພວມດຳເນີນຂັ້ນຕອນເອົາຄຳເຫັນປະກອບໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເພື່ອປະຕິບັດ ໃຫ້ສຳເລັດສົມບູນແບບ. ສາມບຸກທະລຸຍຸດທະສາດທີ່ໄດ້ຍົກອອກມາໃນຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ ໄລຍະ 2011 – 2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ ໄລຍະ 2021 – 2030 ແມ່ນ: ສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດຕາມທິດທັນສະໄໝໂດຍໄວ ເຊິ່ງບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ມີຄວາມສົນໃຈ ແລະ ໃຫ້ການປະກອບຄຳເຫັນ.

ໃນຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ 2011-2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 - 2030 ໄດ້ກຳນົດສາມບຸກທະລຸຍຸດທະສາດຂອງ ຫວຽດນາມ ໃນ 10 ປີ ຈະມາເຖິງ. ນັ້ນແມ່ນສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບຂອງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ຄົບຖ້ວນ, ຄົບຊຸດ, ທັນສະໄໝ ແລະ ເຊື່ອມໂຍງສາກົນ. ປ່ຽນແປງໃໝ່ການບໍລິຫານປະເທດຊາດຕາມທິດທັນສະໄໝ, ໂດຍສະເພາະແມ່ນຄຸ້ມຄອງການພັດທະນາ ແລະ ຄຸ້ມຄອງສັງຄົມ. ສືບຕໍ່ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ, ສັງຄົມໃຫ້ຄົບຊຸດ, ທັນສະໄໝ, ຈຸດສຸມແມ່ນບຸລິມະສິດພັດທະນາພື້ນຖານໂຄງລ່າງສຳຄັນກ່ຽວກັບທາງດ້ານຄົມມະນາຄົມ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕົວເມືອງໃຫຍ່, ພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນບັນດາບາດກ້າວບຸກທະລຸຍຸດທະສາດທີ່ມີລັກສະນະຍາວນານ ແລະ ສຳຄັນໃນໄລຍະຈະມາເຖິງ. ທ່ານ ບຸ່ຍວັນເກືື່ອງ, ສະມາຊິກສະພາແຫ່ງຊາດແຂວງ ດັກລັກ ຖືວ່າ: “ທັງ 3 ປະການແມ່ນມີຄວາມສຳຄັນທີ່ສຸດ. ບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ລະບອບລະບຽບການ. ລະບອບລະບຽບການເພື່ອເຮັດໃຫ້ການຄຸ້ມຄອງລັດ, ສັງຄົມດີກວ່າເກົ່າ. ສ່ວນກ່ຽວກັບແຫຼ່ງຊັບພະຍາກອນມະນຸດແມ່ນເພື່ອໃຫ້ສະມັດຕະພາບແຮງງານສູງກວ່າ ແລະ ຊຸກຍູ້ການເຕີບໂຕ ແລະ ການບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງທາງຄົມມະນາຄົມເພື່ອສ້າງຄວາມສະດວກ ແລະ ສ້າງກຳລັງໜູນໃຫ້ແກ່ການພັດທະນາ”.
TAG
VOV/VOVworld/ບຸກທະລຸຍຸດທະສາດ/ຊັບພະຍາກອນມະນຸດ/ພື້ນຖານໂຄງລ່າງ/ລະບອບລະບຽບການ
Related








