VOV WorldVOV World
ສາມັກຄີບັນດາສາສະໜາເພື່ອເສີມຂະຫຍາຍບັນດາແຫຼ່ງກຳລັງສ້າງສາປະເທດຊາດ
22/09/2017 06:48
(VOVWORLD) - ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພວມສ້າງແຜນຮ່າງກ່ຽວກັບການເພີ່ມທະວີການຂົນຂວາຍ, ສາມັກຄີບັນດາສາສະໜາ ຢູ່ ຫວຽດນາມ. ເມື່ອປະກອບຄຳເຫັນໃສ່ໃນແຜນຮ່າງນີ້, ມີຫຼາຍຄຳເຫັນຖືວ່າ, ຄວາມສາມັກຄີລະຫວ່າງບັນດາສາສະໜາ ຢູ່ ຫວຽດນາມ ແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ທັງແມ່ນຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນສາສະໜາ, ພິເສດແມ່ນໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ. ບົດຂຽນຂອງນັກຂ່າວ ລ້າຍຮວາ “ສາມັກຄີບັນດາສາສະໜາເພື່ອເສີມຂະຫຍາຍບັນດາແຫຼ່ງກຳລັງສ້າງສາປະເທດຊາດ”
ສາມັກຄີບັນດາສາສະໜາເພື່ອເສີມຂະຫຍາຍບັນດາແຫຼ່ງກຳລັງສ້າງສາປະເທດຊາດ
 ພິທີສົງນ້ຳພະ (ພາບ: Ngọc Thành/Vnexpress) ຫວຽດນາມ ມີຫຼາຍສາສະໜາ, ຊົນເຜົ່າ, ດັ່ງນັ້ນ ເລື່ອງສາມັກຄີຊົນເຜົ່າ, ສາມັກຄີສາສະໜາແມ່ນບັນຫາໃຫຍ່. ພັກ, ລັດ ໄດ້ສ້າງ, ປັບປຸງບັນດາແຜນນະໂຍບາຍ, ນະໂຍບາຍກົດໝາຍທີ່ກ່ຽວຂ້ອງເຖິງການເຫຼື້ອມໃສ, ສາສະໜາ ໃຫ້ສົມບູນແບບ ເພື່ອຮັບປະກັນປະຕິບັດສິດເສລີໃນການເຫຼື້ອມໃສ, ເຊື່ອຖືຂອງປະຊາຊົນຖືກຕາມຂໍ້ກຳນົດຂອງກົດໝາຍໃຫ້ນັບມື້ນັບດີກ່ວາ.        
TAG
VOV/VOVworld/