VOV WorldVOV World
ສານ “ປະ​ເທດ​ອາ​ເມ​ລິ​ກາ ກັບຄືນ​ມາ” ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden
23/02/2021 07:20
(VOVWORLD) -ປະເທດອາເມລິກາ ພາຍໃຕ້ການປົກຄອງຂອງ ປະທານາທິບໍດີ Joe Biden ໄດ້ມີການປ່ຽນແປງທັດສະນະກ່ຽວກັບບົດບາດ ແລະ ວິທີສຳຜັດໃນບັນດາສາຍພົວພັນສາກົນ. ສິ່ງດັ່ງກ່າວອາດຈະເຫັນໄດ້ຜ່ານບັນດາການກະທຳທີ່ຕັ້ງໜ້າຫວ່າງມໍ່ໆມານີ້ ຂອງອຳນາດການປົກຄອງຂອງທ່ານ Joe Biden. ຈາກການປຶກສາຫາລືທາງອອນລາຍຂອງກຸ່ມ 4 ຝ່າຍ (Quad) ລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ຕະຫຼອດຮອດການພົບປະທາງອອນລາຍລະຫວ່າງບັນດາການນຳ G7 ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ, ປະທານາທິບໍດີ Joe Biden ໄດ້ສະເໜີສານທາງການກ່ຽວກັບການຕິດພັນກັບວົງຄະນະຍາດສາກົນ ແລະ ບັນດາອົງການຈັດຕັ້ງທົ່ວໂລກຄືນໃໝ່, ພາຍຫຼັງການແບ່ງແຍກໂດຍນະໂຍບາຍ “ປະເທດອາເມລິກາ ເໜືອກ່ວາສິ່ງໃດໝົດ” ພາຍໃຕ້ການປົກຄອງຂອງທ່ານ Donald Trump.
ສານ “ປະ​ເທດ​ອາ​ເມ​ລິ​ກາ ກັບຄືນ​ມາ” ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden
ປະທານາທິບໍດີ Joe Biden (ພາບ: Dallas Morning News)  ກ່ອນໜ້ານັ້ນ, ໃນການປະຕິບັດຖະແຫຼງການ “ປະເທດອາເມລິກາ ກັບຄືນມາ”, ປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳເງິນໃຫ້ແກ່ໂຄງການແຈກຢາຍຢາວັກຊິນຂອງ WHO, ກັບຄືນສູ່ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຍົກອອກບ້ວງເງິນກະຕຸກຊຸກຍູ້ຄວາມຕ້ອງການທີ່ມີມູນຄ່າ 2000 ຕື້ USD ທີ່ບໍ່ພຽງແຕ່ໄດ້ກະທົບເຖິງເສດຖະກິດອາເມລິກາ ເທົ່ານັ້ນ, ຫາກຍັງມີການກະທົບຕໍ່ເສດຖະກິດທົ່ວໂລກອີກດ້ວຍ.
TAG
VOV/VOVworld/“ປະ​ເທດ​ອາ​ເມ​ລິ​ກາ ກັບຄືນ​ມາ”/ປະ​ທາ​ນາ​ທິ​ບໍ​ດີ Joe Biden/ກົນໄກ COVAX/ສຳພັນທະມິດ/ນະໂຍບາຍການຕ່າງປະເທດ/