VOV WorldVOV World
ສ້າງ APEC ທີ່​ມີ​ຄວາມ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ​ລວມ​ໃນອະ​ນາ​ຄົດ
23/11/2020 09:17
(VOVWORLD) -ກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ຄັ້ງທີ 27 (APEC 27) ໄດ້ຈັດຂຶ້ນເມື່ອວັນທີ 20 ພະຈິກດ້ວຍທາງອອນລາຍ ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyddin Yassin. ການນຳ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ໄດ້ຮັບຮອງເອົາຖະແຫຼງການ Putrajaya ກ່ຽວກັບວິໄສທັດ APEC ຮອດປີ 2040 ຊື່ງໄດ້ສ້າງປະຖົມປັດໄຈທີ່ສຳຄັນ ເພື່ອໃຫ້ APEC ພ້ອມກັນຮ່ວມມື, ພ້ອມກັນພັດທະນາໃນ 2 ທົດສະວັດທີ່ຈະມາເຖິງ.
ສ້າງ APEC ທີ່​ມີ​ຄວາມ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ​ລວມ​ໃນອະ​ນາ​ຄົດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ທີ່ຮ່າໂນ້ຍ (ພາບ: VGP/Quang Hiếu)     ວິໄສທັດຮອດປີ 2040 ຂອງ APEC ໄດ້ກຳນົດຈະສ້າງປະຊາຄົມອາຊີ-ປາຊີຟິກ ເປີດ, ຂະຫຍັນຂັນເຄື່ອນ, ເຂັ້ມແຂງ ແລະ ສັນຕິພາບ ເພື່ອຄວາມວັດທະນາຖາວອນຂອງປະຊາຊົນທຸກຄົນ ແລະ ລຸ້ນຕ່າງໆໃນອະນາຄົດ. ບັນດາການນຳໃຫ້ຄຳໝັ້ນສັນຍາຈະສຶບຕໍ່ປະຕິບັດພາລະກຳຂອງ APEC ເພື່ອບັນລຸໄດ້ວິໄສທັດນີ້ ຜ່ານການຊຸກຍູ້ 3 ກຳລັງໜູນດ້ານເສດຖະກິດຄື: ການຄ້າ ແລະ ການລົງທຶນ; ການປ່ຽນແປງໃໝ່ ແລະ ຫັນເປັນດີຈີຕອນ; ການຈະເລີນເຕີບໂຕ ທີ່ເຂັ້ມແຂງ , ດຸ່ນ ດ່ ຽງ, ປອດໄພ, ຍືນຍົງ ແລະ ກວມລວມ.
TAG
VOV/VOVworld/APEC/ພື້ນຖານເສດຖະກິດສະມາຊິກ/ຫງວຽນຊັນຟຸກ/ອົງການການຄ້າໂລກ/ຫັນເປັນດີຈີຕອນ;