ສ້າງບັນດາຜົນງານພັດທະນາໃໝ່, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ
26/01/2021 07:37
(VOVWORLD) -ໃນວາລະໄຂກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເມື່ອຕອນເຊົ້າວັນທີ 26 ມັງກອນ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ບົດລາຍງານໄດ້ຍົກອອກບັນດາໝາກຜົນແຫ່ງການພັດທະນາຂອງປະເທດຊາດໃນຊຸມປີທີ່ຜ່ານມາ, ຍົກການກຳນົດທິດໜ້າທີ່ພັດທະນາປະເທດຊາດໃນໄລຍະທີ່ຈະມາເຖິງ.

ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີບົດລາຍງານ ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີ ໄດ້ເຕື້ອງເຖິງ 3 ບັນຫາໃຫ່ຍ: ກ່ຽວກັບວິວັດການກະກຽມບັນດາເອກະສານ; ການສະຫລຸບອາຍຸການຂອງກອງປະຊຸມໃຫ່ຍ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ແລະ ຫວນຄືນ 35 ປີແຫ່ງການປ່ຽນແປງໃໝ່; ກ່ຽວກັບທິດທາງໜ້າທີ່ໃນອາຍຸການຄັ້ງທີ 13 ແລະ ຊຸມປີຕໍ່ໄປ.
TAG
VOV/VOVworld/ຜົນງານພັດທະນາໃໝ່/ກ້າວຂຶ້ນສັງຄົມນິຍົມ/ວາລະໄຂກອງປະຊຸມໃຫ່ຍ/ທ່ານເລຂາທິການໃຫ່ຍ/ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
Related








