ສ້າງປະຖົມປັດໄຈສະດວກໃຫ້ແກ່ອາຍຸການໃຫມ່
23/03/2016 08:53
(vovworld)-ທີ່ກອງປະຊຸມສະໄຫມສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 13 ດຳເນີນໃນວັນທີ 22/3, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີບົດລາຍງານ

(vovworld)-ທີ່ກອງປະຊຸມສະໄຫມສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 13 ດຳເນີນໃນວັນທີ 22/3, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີບົດລາຍງານວຽກງານອາຍຸການ 5 ປີ ຄືແຕ່ປີ 2011-2016. ບົດລາຍງານໄດ້ຮັບການຕີລາຄາຢ່າງຕັ້ງຫນ້າຈາກບັນດາສະມາຊິກສະພາແຫ່ງຊາດ(ສສຊ). ສສຊ ຫລາຍທ່ານໄດ້ຢືນຢັນວ່າ: ລັດຖະບານ ໄດ້ມານະພະຍາຍາມອັນໃຫຍ່ຫລວງ, ຮັບມືຢ່າງມີໄຫວພິບໃນການບໍລິຫານເສດຖະກິດ ສັງຄົມ, ປະກອບສ່ວນບັນລຸ ແລະ ລື່ນກາຍຫລາຍຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກແຕ່ຕົ້ນອາຍຸການ. ນີ້ກໍແມ່ນປະຖົມປັດໄຈສຳຄັນສຳລັບລັດຖະບານອາຍຸການຈະມາເຖິງເພື່ອສູ້ຊົນເຮັດສຳເລັດຫນ້າທີ່ທີ່ໄດ້ຮັບການມອບຫມາຍເປັນຢ່າງດີ.
TAG
vovworld/ການພັດທະນາ/ເສດຖະກິດ
Related
More








