ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ
16/01/2019 08:40
(VOVWORLD) - ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ ແມ່ນເນື້ອໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດຕົ້ນປີ 2019. ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເໜີເນື້ອໃນການຕອບສຳພາດຂອງການນຳ ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈກ່ຽວກັບບັນດາໝາກຜົນສຳຄັນ, ຮອບດ້ານ ເຊິ່ງປະເທດຊາດບັນລຸໄດ້ໃນປີ 2018 ແລະ ທ່ານຖືວ່າ: ບັນດາໝາກຜົນນັ້ນ ບໍ່ພຽງແຕ່ຊີ້ໃຫ້ເຫັນບັນດາບົດຮຽນອັນລ້ຳຄ່າໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງພື້ນຖານໝັ້ນຄົງໃຫ້ປະເທດສືບຕໍ່ພັດທະນາ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນປະສົບຜົນສຳເລັດອີກດ້ວຍ. ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ (ພາບປະກອບ)
TAG
VOV/VOVworld/ສ້າງພື້ນຖານໝັ້ນຄົງ/ປະເທດພັດທະນາ/ເລຂາທິການໃຫຍ່/ປະທານປະເທດ/ສຳພາດ
Related







