ສະຫະປະຊາຊາດໃນຄວາມມານະພະຍາຍາມປະຕິຮູບພາຍຫຼັງການເຄື່ອນໄຫວມາເປັນເວລາ 72 ປີ
19/09/2017 07:43
(VOVWORLD) - ກອງປະຊຸມກ່ຽວກັບການປະຕິຮູບຂອງ ສະຫະປະຊາຊາດ (ສປຊ) ທີ່ຈັດຕັ້ງໃນວັນທີ 18 ກັນຍາ ໄດ້ເປັນການເປີດສາກໃຫ້ສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 72, ທີ່ດຳເນີນຢູ່ ນິວຢອກ, ປະເທດ ອາເມລິກາ. ມີຫຼາຍກ່ວາ 120 ປະເທດ ໄດ້ລົງນາມໃນຖະແຫຼງການການເມືອງ ທີ່ສະໜັບສະໜູນຄວາມມານະພະຍາຍາມປະຕິຮູບ ສປຊ ຂອງທ່ານເລຂາທິການໃຫຍ່ Antonio Guterres.

ສິ່ງດັ່ງກ່າວສະແດງໃຫ້ເຫັນບັນຫາປະຕິຮູບຢູ່ອົງການຈັດຕັ້ງສາກົນຫຼາຍຝ່າຍໃຫຍ່ທີ່ສຸດຢູ່ໃນໂລກນີ້ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງສະຫະປະຊາຊາດເອງ, ກໍ່ຄືຂອງປະຊາຄົມສາກົນ.
TAG
VOV/VOVworld/ປະຕິຮູບ/ສະມັດຊາໃຫຍ່
Related








