ສະຫະປະຊາຊາດ:ພື້ນຖານເພື່ອໃຫ້ການທູດຫລາຍຝ່າຍຂອງຫວຽດນາມພັດທະນາຢ່າງແຮງ
22/10/2020 09:56
(VOVWORLD) - ກ່ອນນີ້ 75 ປີ (24/10/1945- 24/10/2020), ສະຫະປະຊາຊາດ, ອົງການຈັດຕັ້ງຫລາຍຝ່າຍໃຫຍ່ກວ່າໝູ່ໃນໂລກ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍເປົ້າໝາຍສະກັດກັ້ນ, ແກ້ໄຂບັນດາຄວາມສ່ຽງເກີດການປະທະກັນ,ຍູ້ສົງຄາມໃຫ້ຖອຍໄປ, ຮັກສາສັນຕິພາບ, ສ້າງໂລກໃຫ້ ພັດທະນາ, ອີ່ມໜຳສຳລານ, ວັດທະນາຖາວອນ. ຮ່ວມເດີນທາງກັບ ສປຊ ນັບແຕ່ປີ 1977, ຫວຽດນາມ ສ້າງຂີດໝາຍພິເສດສະເພາະໃນອົງການນີ້. ຈາກນັ້ນ ນຳມາເຊິ່ງບັນດາຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ. ແລະ ອາດຢັ້ງຢືນໄດ້ວ່າ ການເຂົ້າຮ່ວມ ສປຊ ແມ່ນປະຖົມປັດໄຈເພື່ອໃຫ້ການທູດຫລາຍຝ່າຍຂອງຫວຽດນາມ ພັດທະນາຢ່າງແຮງ.

ນັບແຕ່ຊຸມມື້ຕົ້ນຂອງລັດ ຫວຽດນາມ ເອກະລາດ, ທ່ານປະທານໂຮ່ຈີມິນ ໄດ້ຢັ້ງຢືນວ່າ “ເສລິພາບ, ເອກະລາດ ຢ່າງສົມບູນແລະ ຕະຫລອດການ” ຂອງຊາດຫວຽດນາມ ຕ້ອງຕິດພັນກັບພື້ນຖານສັນຕິພາບຂອງໂລກ ແລະ ເພີ່ນໄດ້ສົ່ງຈົດໝາຍຂົນຂວາຍຢ່າງແຮງເພື່ອໃຫ້ຫວຽດນາມ ເຂົ້າຮ່ວມ ແລະໄດ້ຮັບການຮັບ ຮອງຈາກ ສປຊ ໂດຍໄວ. ເຂົ້າຮ່ວມ ສປຊ ຢ່າງເປັນທາງການນັບແຕ່ປີ 1977, ຫວຽດນາມໄດ້ຢັ້ງຢືນ ທີ່ຕັ້ງບົດບາດຂອງປະເທດເອກະລາດ, ເອກະພາບ ດ້ວຍບັນດາສິດພື້ນຖານຂອງຊາດບົນເວທີສາກົນ. ແລະນັບແຕ່ນັ້ນມາ ຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງ ແລະ ຖານະບົດບາດຢູ່ບັນດາກົນໄກຮ່ວມມືຫລາຍຝ່າຍທົ່ວໂລກ. ຫວຽດນາມເຂົ້າຮ່ວມຢ່າງຕັ້ງຫນ້າ ແລະມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຂອງສປຊ (ພາບ:vietnam+)
TAG
VOV/VOVworld/ລະດັບສູງໃຫມ່/ຮ່ວມມືດ້ານເສດຖະກິດ/ສະຫະປະຊາຊາດ
Related








